ເປິດສະຫຼອງ ເຂດດຳເນີນພິທີໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9
ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຫໍພິພິຕະພັນປູຊະນີຍະສາຖານ ແທ່ງໂກ໋
(vovworld) – ຕອນຄຳ່ວັນທີ 22/7, ຂະແໜງການເງິນຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ກວາງຈີ້ ໄດ້ຈັດຕັ້ງພິທີເປີດສະຫຼອງໄລຍະ 1 ກິດຈະກຳຍົກລະດັບ, ບູລະນະປະຕິສັງຂອນເຂດດຳເນີນພິທີໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9. ໄລຍະ 1 ຂອງກິດຈະກຳຍົກລະດັບບູລະນະປະຕິສັງຂອນເຂດດຳເນີນພິທີໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 ມີຍອດເງິນລົງທຶນກໍ່ສ້າງກ່ວາ 40 ຕື້ດົ່ງ ຈາກການບໍລິຈາກຂອງພະນັກງານ, ພາລະກອນຂະແໜງການເງິນໃນທົ່ວປະເທດ ກ່ວາ 80.000 ຄົນ. ກ່າວຄຳເຫັນທີ່ພິທີເປີດສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ເນັ້ນໜັກວ່າ:
“ຂ້າພະເຈົ້າສະເໜີໃຫ້ຄະນະພະນັກງານຄະນະພັກການເງິນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ກັບແຂວງ ກວາງຈີ້ ປຸກລະດົມການໂຄສະນາເຜີຍແຜ່ແນະນຳບັນດາອົງການ, ຫົວໜ່ວຍ, ສ່ວນບຸກຄົນຕັ້ງໜ້າປະກອບເຫ່ືອແຮງ ເພື່ອສ້າງສຳເລັດເຂດດຳເນີນພິທີຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9. ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ບຸກຄົນ ສືບຕໍ່ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ປະຕິບັດວຽກງານເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢ່າງມີປະສິດທິຜົນ.”