ເປີດສະໜອງໜ່ວຍງານຕິດສື່ສານລະຫວ່າງກຳລັງຕຳຫຼວດຫວຽດນາມແລະສ.ເກົາຫຼີ

ເປີດສະໜອງໜ່ວຍງານຕິດສື່ສານລະຫວ່າງກຳລັງຕຳຫຼວດຫວຽດນາມແລະສ.ເກົາຫຼີ - ảnh 1
ເປີດສະໜອງໜ່ວຍງານຕິດສື່ສານ
ລະຫວ່າງກຳລັງຕຳຫຼວດຫວຽດນາມແລະສ.ເກົາຫຼີ
(ພາບ: Vietnam+)


(vovworld) - ວັນ​ທີ 17/12, ຢູ່​ນະ​ຄອນ​ຫຼວງ​ເຊີ​ອຸ່ນ, ອົງ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ສ.ເກົາ​ຫຼີ ໄດ້​ຈັດ​ພິ​ທີ​ເປີດ​ສະ​ໜອງ​ໜ່ວຍ​ງານ​ຕິດ​​ສື່​​ສານຫວຽດ​ນາມ (Vietnames Desk). ກ​່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຫວຽດ​ນາມ ຟ້າມ​ຮິວ​ຈິ໋ ໄດ້​ຕີ​ລາ​ຄ​າ​ສູງ​ເລື່ອງ​ສ້າງ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​​ງານ​ດັ່ງ​ກ່າວ ບໍ່​ພ​ຽງ​ແຕ່​ຊ່ວຍ​ເພີ່ມ​ທ​ະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ສ.ເກົາ​ຫຼີ ກັບ​ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ​ອີກ​ດ້ວຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຮິວ​ຈິ໋ ໃຫ້​ຮູ້​ວ່າ, ປະ​ຈຸ​ບັນ​ມີ​ພົນ​ລະ​ເມືອງ​ສ.ເກົາ​ຫຼີ ອ​າ​ໄສ​ຢູ່​ຫວຽດ​ນາມ ປະ​ມານ 150.000 ຄົນ ແລະ ມີ​ພົນ​ລະ​ເມືອງ​ຫວຽດ​ນາມ ອາ​ໄສ​ຢູ່​ສ.ເກົາ​ຫ​ຼີ ກວ່າ 140.000 ຄ​ົນ. ສະ​ນັ້ນ, ເລື່ອງເປີດ​ສະ​ໜອງ​ໜ່ວຍ​ງານ​ຕິດ​​ສື່​​ສານຈ​ະປະ​ກອ​ບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ເລື່ອງ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ