(ພາບປະກອບ)
(vovworld) - ບໍລິສັດການບິນ Vietjet ຫາກໍ່ປະກາດເປີດສາຍການບິນໃໝ່ ເຊື່ອມຕໍ່ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ ກັບ ນະຄອນຫລວງ ໄທເປ ຂອງ ໄຕຫວັນ ຈີນ ແຕ່ວັນທີ 1/2/2016. ສາຍການບິນຈາກ ຮ່າໂນ້ຍ ເຖິງ ໄທເປ ໃຊ້ເວລາບິນແມ່ນ 2 ຊົ່ວໂມງ 40 ນາທີ. Vietjet ກໍ່ພວມຂຸດຄົ້ນສາຍການບິນຈາກນະຄອນ ໂຮ່ຈີມິນ ໄປ ໄທເປ ດ້ວຍ 7 ຖ້ຽວບິນຕໍ່ອາທິດ. ຕາມກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ຄິດໄລ່ຮອດທ້າຍປີ 2015, ຍອດຈຳນວນແຂກທ່ອງທ່ຽວ ໄຕຫວັນ, ຈີນ ມາ ຫວຽດນາມ ບັນລຸເກືອບ 440.000 ເທື່ອຄົນໃນປີ 2015, ເພີ່ມ 112%, ຖັດຈາກ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ອາເມລິກາ. ໃນຂະນະນັ້ນ ຈຳນວນແຂກທ່ອງທ່ຽວ ຫວຽດນາມ ໄປ ໄຕຫວັນ ຈີນ ບັນລຸເກືອບ 150.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 7% ໃນປີ 2015.