ເປັນຄັ້ງທຳອິດບໍລິສັດສື່ສານອາເມລິກາໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ກູບາ

ເປັນຄັ້ງທຳອິດບໍລິສັດສື່ສານອາເມລິກາໄດ້ຮັບໃບອະນຸຍາດເຄື່ອນໄຫວຢູ່ກູບາ - ảnh 1
(ພາບປະກອບຈາກ thecubanhandshake.org)

(vovworld) - ຫວ່າງມໍ່ໆ​ມານີ້, ບໍ​ລິ​ສັດ​ເຄືອ​ຂ່າຍ​ສາ​ກົນ ກູ​ບາ (CIN) ໄດ້​ກາຍ​ເປັນ​ວິ​ສາ​ຫະ​ກິດ​ແຫ່ງ​ທຳ​ອິດ​ໃນ​ຂົງ​ເຂດ​ສື່​ສານ​ຂອງ ອາ​ເມ​ລິ​ກາ ໄດ້​ຮັບ​​ອະ​ນຸ​ຍາດ​ສ້າງ​ຕັ້ງ​ຢູ່ ກູ​ບາ ເພື່ອ​ແນ​ໃສ່​ສະ​ໜອງວັດ​ຖຸ ແລະ ຊັບພະຍາກອນໜູນ​ຊ່ວຍ​ການ​ຜະ​ລິດ, ການ​ອອກອ​າ​ກາດ, ໂທ​ລະ​ພາບ ແລະ ເນື້ອ​ໃນ​ວີ​ດີ​ໂອ ເພື່ອ​ຈຳ​ໜ່​າຍ​ຢູ່​ບັນ​ດາ​ຕະຫຼາດ​ສາ​ກົນ ແລະ ອາ​ເມ​ລິ​ກາ. ວິ​ສາ​ຫະ​ກິດ ນີ້​ຈະ​ນຳ​ມາ​ໃຫ້ ກູ​ບາ ບັນ​ດາ​ບໍ​ລິ​ການ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ຮູບ​ເງົາ ແລະ ອອກ​ອາ​ກາດ​ດ້ວຍ​ຄຸນ​ນະ​ພາບ ແລະ ມາດ​ຕະ​ຖານ​ຄ້າຍ​ຄື​ກັນ​ກັບ​ຢູ່ ອາ​ເມ​ລິ​ກາ , ນອກ​ຈາກນັ້ນ, ບໍ​ລິ​ສັດ​ສື່​ສານນີ້ກໍ່​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ປະ​ຈຳ​ຖິ່ນ​ສະ​ໜອງບ​ັນ​ດາ​ອຸ​ປະ​ກອນ, ບ​ໍ​ລິ​ການ ແລະ ຄວາມ​ສະ​ຫງົບ​ໃຫ​້​ແກ່​ປະ​ຊາ​ຊົນ ແລະ ເຄື່ອງ​ຈັກ​ຢູ່ ກູ​ບາ.



ຂ່າວ/ບົດ​ອື່ນ