ພາບປະກອບຈາກ TTXVN
|
(vovworld)- ວົງເງິນການຄ້າລະຫວ່າງ ຫວຽດນາມ-ບຣາຊິນ ໃນປີ 2014 ເພີ່ມຂຶ້ນ 36% ເມື່ອທຽບໃສ່ກັບປີ 2013 ແລະ ແມ່ນປີທຳອິດທີ່ບັນລຸກວ່າ 3 ຕື້ USD. ໃນປີຜ່ານມາ, ຫວຽດນາມ ສົ່ງອອກສິນຄ້າໄປຍັງບາຣາຊິນ ບັນລຸມູນຄ່າ 1,58 ຕື້ USD ແລະ ນຳເຂົ້າສິນຄ້າທີ່ມີມູນຄ່າ 1,59 ຕື້ USD.
ບຣາຊິນ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບ 7 ຂອງໂລກ ແລະ ແມ່ນລູກຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາເມລິກາລາຕິນ. ສິນຄ້າທີ່ຫວຽດນາມ ສະໜອງໃຫ້ບາຣາຊິນສ່ວນຫຼາຍແມ່ນ: ໂທລະສັບ ແລະ ເຄື່ອງອາໄຫລ່, ເກີບໜັງ, ປາແຊເຢັນ, ຜະລິດຕະພັນເອເລກໂຕນິກ…. ຫວຽດນາມ ນຳເຂົ້າສິນຄ້າຈາກບຣາຊິນ ສ່ວນຫຼາຍແມ່ນ: ສາລີ, ໝາກທົ່ວເຫຼືອງ, ຝ້າຍ, ຫົວນ້ຳມັນ, ວັດຖຸດິບເພື່ອຜະລິດເກີບໜັງ, ຢາສູບ, ຜະລິດຕະພັນໄກ່, ໝາກພິກໄທ, ຊີ້ນ, ເຫຼັກເສດເຫຼືອ ...