ເປັນ​ຄັ້ງ​ທຳ​ອິດ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ບັນ​ລຸ 4 ຕື້ USD ຕໍ່​ເດືອນ

(VOVWORLD) -8 ເດືອນຜ່ານມາ, ວົງເງິນການຄ້າສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸກວ່າ 26 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເປັນ​ຄັ້ງ​ທຳ​ອິດ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ບັນ​ລຸ 4 ຕື້ USD ຕໍ່​ເດືອນ - ảnh 1(ພາບປະກອບ: TTXVN)

ຕາມຕົວເລກສະຖິຕິຈາກກົມໃຫຍ່ພາສີ ຫວຽດນາມ, 8 ເດືອນຜ່ານມາ, ວົງເງິນການຄ້າສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ບັນລຸກວ່າ 26 ຕື້ USD, ເພີ່ມຂຶ້ນ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ສະເພາະເດືອນສິງຫາ 2022 ເປັນຄັ້ງທຳອິດທີ່ ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບບັນລຸລະດັບ 4 ຕື້ USD. ກ່ອນໜ້ານັ້ນ, 6 ເດືອນຢ່າງລຽນຕິດ ຫວຽດນາມ ບັນລຸວົງເງິນສົ່ງອອກຜະລິດຕະພັນຕໍາແຜ່ນຕັດຫຍິບຫຼາຍກວ່າ 3 ຕື້ USD. ເປັນອັນວ່າ, ໄລ່ຮອດເດືອນສິງຫາ, ການສົ່ງອອກຜະລິດຕະພັນຕ່ຳແຜ່ນຕັດຫຍິບແມ່ນໝວດຜະລິດຕະພັນທີ່ປະກອບສ່ວນໃຫຍ່ອັນດັບທີ 2 ເຂົ້າໃນຍອດມູນຄ່າສົ່ງອອກຂອງທັງປະເທດ, ຖັດຈາກໝວດຜະລິດຕະພັນອຸປະກອນເຄື່ອງຈັກ, ສິ້ນສ່ວນ, ອາໄຫຼ່.

        8 ເດືອນຜ່ານມາ, ບາງຕະຫຼາດຫຼັກແຫຼ່ງໃນຂົງເຂດຕຳແຜ່ນຕັດຫຍິບຂອງ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ ຕ້ອງເວົ້າເຖິງ: ມູນຄ່າການສົ່ງອອກໄປຍັງ ອາເມລິກາ ບັນລຸ 12,88 ຕື້ USD, ເພີ່ມຂຶ້ນ 22,6%; ສົ່ງອອກໄປຍັງ ອີຢູ ບັນລຸ 3 ຕື້ USD, ເພີ່ມຂຶ້ນ 41%; ມູນຄ່າການສົ່ງອອກໄປຍັງ ຍີ່ປຸ່ນ ບັນລຸ 2,54 ຕື້ USD, ເພີ່ມຂຶ້ນ 22%...


ຕອບກັບ

ຂ່າວ/ບົດ​ອື່ນ