ລາຍການສະແດງສິລະປະ ເພງພື້ນເມືອງ ວີ, ຢ້ຳ
ພາບ:internet
|
(vovworld) - ວັນທີ 23/3, ທ່ານນາງ ຫງວຽນທິກິມຢູງ, ຫົວຫນ້າຫ້ອງການວັດທະນະທຳບໍ່ມີຮູບຮ່າງ ສັງກັດກົມມໍລະດົກວັດທະນະທຳ ໃຫ້ຮູ້ວ່າ: ເພງພື້ນເມືອງ ວີ, ຢ້ຳ ຂອງເຫງ້ຕີງ ໄດ້ຮັບການຄັດເລືອກເປັນມໍລະດົກຕາງຫນ້າໃຫ້ຫວຽດນາມ ສະເຫນີຮັບຮອງເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງໂລກປີ 2014. ສຳເນົາເອກະສານກ່ຽວກັບເພງພື້ນເມືອງ ວີ, ຢ້ຳ ພວມໃນວິວັດການສ້າງສຳເລັດໂດຍໄວເພື່ອຍື່ນສະເຫນີຕໍ່ອົງການ UNESCO ໃນເວລາຊ້າສຸດແມ່ນວັນທີ 31/3 ຈະມາເຖິງ. ເພງພື້ນເມືອງວີ, ຢ້ຳ ເຫງ້ຕີງໄດ້ສືບກັນມາຢ່າງກວ້າງຂວາງໃນປະຊາຊົນຢູ່ 259 ໝູ່ບ້ານ, ເຂດຊຸມຊົນ ຂອງສອງແຂວງ ເຫງ້ອານ ແລະ ຮ່າຕີງ ພາກກາງ ຫວຽດນາມ. ເພງພື້ນເມືອງປະເພດນີ້ ສວມບົດບາດສຳຄັນໃນດ້ານວັດທະນະທຳ, ຊີວິດຂອງເຂົາເຈົ້າ. ບັນດາປະເພດເພງພື້ນເມືອງດັ່ງກ່າວມີເນື້ອໃນສ່ອງແສງເຖິງສັງຄົມ, ປະຫວັດສາດ, ສະແດງໃຫ້ເຫັນແນວຄວາມຄິດ, ອາລົມຈິດ, ຄວາມຮັກ, ຊີວິດການເປັນຢູ່, ຄວາມຮັກຕໍ່ບ້ານເກີດເມືອງນອນ, ຕໍ່ປະເທດຊາດ, ຄວາມຮັກຂອງບ່າວສາວ… ທີ່ເຕັມໄປດ້ວຍລັກສະນະວັດທະນະທຳມະນຸດຂອງຊາວຫວຽດນາມ.