ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫ​ວຽດ​ນາມ ແລະ ອົດ​ສະ​ຕາ​ລີ​

(VOVWORLD) - ທ່ານ ພົນເຮືອເອກ Allan Du Toit   ໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະນັບມື້ນັບຮັດແໜ້ນກ່ວາອີກໃນໄລຍະຈະມາເຖິງ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫ​ວຽດ​ນາມ ແລະ ອົດ​ສະ​ຕາ​ລີ​ - ảnh 1ທ່ານ ພົນຕີ ໂງມິງຕຽນ ໃຫ້ການຕ້ອນຮັບ ທ່ານ ພົນເຮືອເອກ Allan Du Toit(ພາບ: qdnd.vn )

        ຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ພົນຕີ ໂງມິງຕຽນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ພົນເຮືອເອກ Allan Du Toit, ຫົວໜ້າຄະນະກະຊວງປ້ອງກັນປະເທດ ອົດສະຕາລີ ມາເຂົ້າຮ່ວມການປຶກສາຫາລືດ້ານປ້ອງກັນຊາດ ຊ່ອງ 1.5 ຫວຽດນາມ - ອົດສະຕາລີ ຄັ້ງທີ 7.

        ຕີລາຄາສູງກະຊວງປ້ອງກັນປະເທດ ອົດສະຕາລີ ທີ່ໄດ້ໃຫ້ການໜູນຊ່ວຍກະຊວງ ປ້ອງກັນປະເທດ ຫວຽດນາມ ຜັນຂະຫຍາຍໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 1 ໄປຍັງກອງຮັກສາສັນຕິພາບສະຫະປະຊາຊາດຢູ່ ຊູດານໃຕ້ຢ່າງສຳເລັດຜົນນັ້ນ, ທ່ານ ພົນຕີ ໂງມິງຕຽນ ຫວັງວ່າ ກະຊວງປ້ອງກັນປະເທດ ອົດສະຕາລີ ຈະສືບຕໍ່ສະໜັບສະໜູນ, ໜູນຊ່ວຍ ເລື່ອງກະກຽມຜັນຂະຫຍາຍໂຮງໝໍເຄື່ອນທີ່ຂັ້ນ 2 ເລກທີ 2 ຂອງກຳລັງຮັກສາສັນຕິພາບ ຫວຽດນາມ.

ທ່ານ ພົນເຮືອເອກ Allan Du Toit   ໄດ້ສະແດງຄວາມເຊື່ອໝັ້ນວ່າການພົວພັນລະຫວ່າງກະຊວງປ້ອງກັນປະເທດສອງປະເທດຈະນັບມື້ນັບຮັດແໜ້ນກ່ວາອີກໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ