ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງບັນດາທ້ອງຖິ່ນຂອງອີຕາລີ - ຫວຽດນາມ
(ພາບປະກອບ)
(vovworld) – ຢູ່ເຂດ Emilia – Romagna ຂອງອີຕາລີ ຫາກໍ່ຈັດກອງປະຊຸມສຳມະນາສົ່ງເສີມການລົງທຶນ ແລະ ຮ່ວມມືດ້ານເສດຖະກິດລະຫວ່າງເຂດ Emilia – Romagna ກັບແຂວງບິ່ງເຢືອງ ຂອງຫວຽດນາມ.
ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຕາລີ ຫງວຽນຮ່ວາງລອງ ໄດ້ແລກປ່ຽນບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງສະພາບແວດລ້ອມການລົງທຶນ, ຮ່ວມມືລະຫວ່າງ 2 ປະເທດ ເວົ້າລວມ ກໍ່ຄືກັບແຂວງບິ່ງເຢືອງ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາງລອງ ເນັ້ນໜັກວ່າ: ຜ່ານສະພາບຕົວຈິ່ງການພັດທະນາການພົວພັນລະຫວ່າງ 2 ເຂດ ໃນຊຸມປີມໍ່ໆມານີ້, 2 ເຂດຕ້ອງເລີ່ມເຄື່ອນໄຫວ ແລະ ລະດົມບັນດາກົນໄກຕ່າງໆຂອງທັງລະບົບການເມືອງ ຈາກຂັ້ນສູນກາງລົງຮອດທ້ອງຖິ່ນຢ່າງສຸດຂີດ, ເພື່ອຊຸກຍູ້ການພົວພັນຮ່ວມມື, ນຳການພົວພັນຮ່ວມມືລະຫວ່າງ 2 ເຂດໃຫ້ກາຍເປັນແບບຢ່າງໃນການພົວພັນລະຫວ່າງ 2 ປະເທດ.
ທ່ານເລຂາພັນທະມິດບັນດາຫ້ອງການການຄ້າເຂດ Emilia – Romagna, Claudio Pasini ຢືນຢັນວ່າ, ການພົວພັນລະຫວ່າງເຂດ Emilia – Romagna ກັບຫວຽດນາມ ໄດ້ກ້າວເຂົ້າສູ່ໜ້າປະຫວັດສາດໃໝ່ ດ້ວຍການສ້າງຕັ້ງຫ້ອງການການຄ້າຂອງເຂດ ຢູ່ແຂວງບິ່ງເຢືອງ ໃນເດືອນ 06 ຈະມາເຖິງ.