ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດແລະສະພາປະຊາຊົນທຸກຂັ້ນ

ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນສະພາແຫ່ງຊາດແລະສະພາປະຊາຊົນທຸກຂັ້ນ - ảnh 1
ການ​ໂອ້​ລົມ​ສົນທະນາ​
(ພາບ: ອິນເຕິແນັດ)

(vovworld) – “ດ້ວຍ​ບົດບາດ​ສື່ສານ ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ສະພາ​ແຫ່ງ​ຊາດ ​ແລ​ະ ສະພາ​ປະຊາຊົນ​ທຸກ​ຂັ້ນ” ​ແມ່ນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນທະນາ​ໂດຍ​ກຳມາ​ທິການ​ແຫ່ງ​ຊາດ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງການ​ຕ່າງປະ​ເທດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/02 ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ ​ເຈືອງທິມາຍ ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ, ປະທານ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ຢັ້ງຢືນ​ວ່າ: ຫວຽດນາມ ຄວນ​ມີ​ບັນດາ​ບາດ​ກ້າວ​ທີ່​ໝັ້ນຄົງ​ກ່ວາ ​ແລະ ກໍ່ຄວນ​ມີບັນດາ​ມາດ​ຕະການ​ບຸກທະລຸ ​ເພື່ອ​ປະຕິບັດ​ຈຸດໝາຍ​ໃນ​ອາຍຸ​ການ 2016 – 2021. ທ່ານ​ນາງ ​ເຈືອງ​ທິມາຍ ​ໃຫ້​ຮູ້​ວ່າ:

“ບັນ​ດາ​ອົງການ​ສື່ສານ ຄວນ​ສຸມ​ໃສ່​ເຮັດ​​ບົດບາດ,  ຮ່ວມ​ກັບ​ແມ່ຍິງ ​ແລະ ​ສະໜັບສະໜູນການ​​ເຂົ້າ​ເຈົ້າ​ເຂົ້າ​ຮ່ວມ​ວິວັດ​ການ​​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນອາຍຸ​ການ 2016 – 2021ຈະມາ​ເຖິງ​ເປັນ​ຢ່າງ​ດີ ດ້ວຍ​ບັນດາ​ຈຸດ​ສຸມ​ໂຄສະນາ​ຢ່າງ​ລະອຽດ, ​ແທດ​ຈິງ. ນັ້ນ​ແມ່ນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ, ລັດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນ​ການ​ຊີ້​ນຳ​ນຳພາ, ຄຸ້ມຄອງ; ບັນດາ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລ​ະ ສະພາ​ປະຊາຊົນ​ທຸກ​ຂັ້ນ ​ໃນ​ນັ້ນ ມີ​ຂໍ້​ກຳນົດວ່າ ​​ໃນ​ບັນຊີ​ລາຍຊື່ຜູ້ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ຢ່າງ​ເປັນ​ທາ​ງການ ມີ​ຈຳນວນ​ແມ່ຍິງ​ເຂົ້າ​ຮ່ວມ​ຢ່າງ​ໜ້ວຍສຸດ 35%, ຕັ້ງໜ້າ​ໂຄສະນາ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນການຈຳ​ແນ​ກປະພຶດ​ລະຫວ່າງ​ຍິງ - ຊາຍ”. ​​
ຂ່າວ/ບົດ​ອື່ນ