ເພີ່ມທະວີການເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງຫວຽດນາມແລະຟິລີບປີນ

 ເພີ່ມທະວີການເຊື່ອມຕໍ່ການພົວພັນແລກປ່ຽນການຄ້າລະຫວ່າງຫວຽດນາມແລະຟິລີບປີນ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ຟີ​ລີບ​ປີນ
ພາບ:congthuong

(vovworld)- ​ ​​​ວັນ​ທີ 11/1, ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສ​ການ​ດຳ​ເນີນ​ທຸ​ລະ​ກິດ ຫວຽດ​ນາມ - ຟີ​ລີບ​ປີນ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າວິ​ສາ​ຫະ​ກິດ​ຫວຽດ​ນາມ - ຟີ​ລີບ​ປີນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດກວ່າ 120 ແຫ່ງ​ຂອງ​ສ​ອງ​ປະ​ເທດ. ທ່ານ​ນາງ ບູ່ຍ​ທິ​ແທງ​ອານ, ຮອງ​ຫົວ​ຫນ້າ​ກົມ​ສົ່ງ​ເສີມ​ການ​ຄ້າ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ຫວຽດ​ນາມ ແລະ ຟິ​ລີບ​ປີນ ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ.  ລະ​ດັບ​ການ​ເຕີບ​ໂຕ​ຂອງວົງ​ເງິນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄລ​ຍະ 2008-2016 ບັນ​ລຸ​ 11%/ປ​ີ. ພິ​ເສດ ນັບ​ແຕ່​ເດືອນ 11/2015 ຫວຽດ​ນາມ ແລະ ຟິ​ລີບ​ປີນ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນຄູ່​ຮ່ວມມ​ື​ຍຸດ​ທະ​ສາດ. ນີ້​ແມ່ນ​ບາດ​ກ້າວ​ໃຫມ່​ເພື່ອ​ໃຫ້​ສອງ​ຝ່າຍ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ໃນ​ການ​ແລກ​ປ່ຽນ​ການ​ຄ້າ. ທ່ານ Angel Ngu, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຂອງ​ຊາວ​ຈີນ ຢູ່ ຟ​ີ​ລີບ​ປີນ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຕະ​ຫລາດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ​່​ສຸດ​ຂອງ ຟິ​ລີບ​ປີນ ໃນ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ. ໃນ​ຊຸມປີ​ຜ່ານ​ມາ ມີ​ວິ​ສາ​ຫະ​ກິດ​ຈຳ​ນວນ​ຫນຶ່ງ​ຂອງ ຟິ​ລີບ​ປີນ ໄດ້​ລົງ​ທຶນ ແລະ ສ້າງ​ ເຄື່ອງ​ໝາຍ​ການ​ຄ້າ ​ຢູ່​ຕະ​ຫລາດ​ຫວຽດ​ນາມ ສຳ​ເລັດ​ຜົນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຟີ​ລີບ​ປີນ ປາດ​ຖະ​ຫນາ​ຢາກ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ຜະ​ລິດ​ຕະ​ພັນ​ກະ​ເສດ, ທັນ​ຍາ​ຫານ, ວັດ​ສະ​ດຸກໍ່​ສ້າງ, ເຫລັກ​ກ້າ, ເຄື່ອງອຸ​ປະ​ກອນ​ໃຊ້​ໃນ​ຫ້ອງ​ການ, ເຄື່ອງ​ໃຊ້​ສອຍ, ເກີບ​ຫ​ນັງ… 


ຕອບກັບ

ຂ່າວ/ບົດ​ອື່ນ