ເພີ່ມທະວີຄວາມສາມັກຄີ,ມິດຕະພາບແລະການຮ່ວມມືປະຊາຊົນລະຫວ່າງຫວຽດນາມກັບບັນດາປະເທດ

ເພີ່ມທະວີຄວາມສາມັກຄີ,ມິດຕະພາບແລະການຮ່ວມມືປະຊາຊົນລະຫວ່າງຫວຽດນາມກັບບັນດາປະເທດ - ảnh 1
ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​​ຈັດ​ຕັ້ງມິດ​ຕະ​ພາບ ຫວຽດ​ນາມ
 ຫວູ​ຊວນ​ຮົ່ງ
ພາບ:baomoi.com

(vovworld)-​ ຕອນ​ບ່າຍ​ວັນ​ທີ 14/1 ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​​ຈັດ​ຕັ້ງມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ ກອ​ງ​ປະ​ຊຸມ​ຄະ​ນະ​ປະ​ທານ​ຄັ້ງ​ທີ 3 ຊຸດ​ທີ 5 ສະ​ຫລຸບ​ວຽກ​ງານ​ປີ 2015, ຜັນ​ຂະ​ຫຍາຍ​ທິດ​ທາງ​ຫນ້າ​ທີ່​ປີ 2016 ແລະ ຮັບ​ຮ​ອງ​ເອົາ​ເນື້ອ​ໃນ​ວຽກ​ງານ​​ສຳ​ຄັນຈຳ​ນວນ​ຫນຶ່ງຂອງ​ສະ​ຫະ​ພັນ. ເຂົ້າ​ຮ່ວມກອ​ງ​ປະ​ຊຸມ ມີ​ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ; ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແຫນງ​ການ​ສູນ​ກາງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​​ຈັດ​ຕັ້ງມິດ​ຕະ​ພາບ ຫວຽດ​ນາມ ຫວູ​ຊວນ​ຮົ່ງ ເນັ້ນ​ຫນັກ​ວ່າ: ໃນ​ປີ 2015 ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດປະ​ຊາ​ຊົນ​ສືບ​ຕໍ່​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ຕັ້ງ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ. ໃນ​ວຽກ​ງານ​ການ​ພົວ​ພັນ​ຫລາຍ​ຝ່າຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ ແມ່ນ​ຂົວ​ຕໍ່​ສົ​ມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ປ​ະ​ຊາ​ຊົນ​ຫວຽດ​ນາມ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊຽນ, ເວ​ທີ​ປາ​ໄສ​ປະ​ຊາ​ຊົນ ອາ​ຊີ - ເອີ​ລົບ.ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ ກໍ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ສະ​ມາ​ຊິກ ຂອງ​ຄະ​ນະ​ກຳ​ມະ​ການ ແລະ ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຜັນ​ຂະ​ຫຍາຍ​ ​ວຽກ​ງານ​ຂົນ​ຂວາຍ, ຄຸ້ມ​ຄອງ, ນຳ​ໃຊ້​ການ​ຊ່ວຍ​ເຫລືອບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດຢ່າງ​ມີປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ