ເພີ່ມທະວີບັນດາການເຄື່ອນໄຫວໜູນຊ່ວຍວິສາຫະກິດສົ່ງອອກຜ່ານການຄ້າເອເລັກໂຕນິກ
(VOVWORLD) - ມີ 3 ເນື້ອໃນຕົ້ນຕໍ ເຊິ່ງສອງຝ່າຍໄດ້ສຸມໃສ່ ນັ້ນແມ່ນ ສົ່ງອອກຜ່ານການຄ້າເອເລັກໂຕນິກ; ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຜ່ານການຄ້າເອເລັກໂຕນິກ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ກ່ຽວກັບການຄ້າເອເລັກໂຕນິກ.
ກອງປະຊຸມການຄ້າເອເລັກໂຕນິກສາກົນ B2B Alibaba.com 2021 (ພາບ:BNEWS/TTXVN) |
ເພື່ອແນໃສ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19, ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ແລະ ບໍລິສັດ Alibaba.com ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະ ຈັດຕັ້ງ “ກອງປະຊຸມການຄ້າເອເລັກໂຕນິກສາກົນ B2B Alibaba.com 2021”. ນີ້ແມ່ນເຫດການໃຫຍ່ທຳອິດຂອງ Alibaba.com ປະຈຳ ຫວຽດນາມ. ໃນຂະນະນັ້ນ, ກົມສົ່ງເສີມການຄ້າ ໄດ້ຮ່ວມເດີນທາງພ້ອມກັບ Alibaba.com ໃນບັນດາການເຄື່ອນໄຫວຍົກສູງກຳລັງຄວາມສາມາດຫັນເປັນດີຈີຕອນ, ກຳລັງຄວາມສາມາດທາງດ້ານການຄ້າເອເລັກໂຕນິກ, ພິເສດແມ່ນບັນດາທັກສະໃນການຄ້າສາກົນ ເພື່ອແນໃສ່ໜູນຊ່ວຍບັນດາອົງການສົ່ງເສີມການຄ້າເອເລັກໂຕນິກ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ມີ 3 ເນື້ອໃນຕົ້ນຕໍ ເຊິ່ງສອງຝ່າຍໄດ້ສຸມໃສ່ ນັ້ນແມ່ນ ສົ່ງອອກຜ່ານການຄ້າເອເລັກໂຕນິກ; ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຜ່ານການຄ້າເອເລັກໂຕນິກ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ກ່ຽວກັບການຄ້າເອເລັກໂຕນິກ.