ທ່ານ ພົນເອກ ຟຸ່ງກວາງແທງຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ
(ພາບ: TTXVN)
(vovworld)- ຕອນເຊົ້າວັນທີ 9 ມີນາ, ທ່ານ ພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງການປະເທດ ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ໃນການຕ້ອນຮັບ, ສອງຝ່າຍຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວຕະຫຼອດໄປ. ກ່ຽວກັບການພົວພັນປ້ອງກັນຊາດຂອງສອງຝ່າຍ ທ່ານ ພົນເອກ ຟຸ່ງກວາງແທງ ຫວັງວ່າ ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ລາວ ປະຈຳຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ສຳຄັນໃນວຽກງານການຊຸກຍູ້, ເພີ່ມທະວີການຮ່ວມມືປ້ອງກັນຊາດ. ທ່ານ ພົນເອກ ຟຸ່ງກວາງແທງ ເນັ້ນໜັກວ່າກກອງທັບ ສອງປະເທດ ຕ້ອງສືບຕໍ່ນຳເອົາສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນແທດຈິງ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດ, ໃນນັ້ນຖືເປັນສຳຄັນການຮ່ວມມື ກໍ່ສ້າງ, ແລກປ່ຽນບົດຮຽນການກໍ່ສ້າງກອງທັບ, ຊຸກຍູ້ການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ. ຄຽງຄູ່ກັນນັ້ນ, ສອງຝ່າຍເພີ່ມທະວີການແລກປ່ຽນ, ແຮກສ່ຽວ ລະຫວ່າງ ບັນດາຫົວໜ່ວຍ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ສະກັດກັ້ນບັນດາການເຄື່ອນໄຫວທີ່ຜິດກົດໝາຍ ແລະ ກົນອຸບາຍແບ່ງແຍກ ສາຍພົວພັນມິດຕະພາບທີເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລະຫວ່າງປະຊາຊົນສອງ ຊາດ ຢ່າງທັນການ.