ເພີ່ມເຕີມກຳລັງການຜະລິດ ໄຟຟ້າເກືອບ 1290 MW ເຂົ້າໃນ ລະບົບໄຟຟ້າແຫ່ງຊາດ

ເພີ່ມເຕີມກຳລັງການຜະລິດ ໄຟຟ້າເກືອບ 1290 MW ເຂົ້າໃນ ລະບົບໄຟຟ້າແຫ່ງຊາດ - ảnh 1
(ພາບປະກອບ:diza.vn)

( vovworld ) –  ​​ບໍລິສັດ​​ໃຫ່ຍໄຟຟ້າ​ນ້ຳມັນ​ອາຍ​ແກ​ດ ຫວຽດນາມ (PV Power) ພວມສຸມ​ທຸກ​ແຫຼ່ງກຳລັງ, ການ​ເງິນ ​ແລະ ພາຫະນະ​ເຄື່ອງ​ຈັກ, ເພື່ອ​ຍູ້​ແຮງ​ລະດັບ​ຄວາມ​ໄວ​ບັນດາ​ໂຄງການ​ໄຟຟ້າ, ສູ້​ຊົນ​ໃນ​ປີ 2012 ຈະ​ເພີ່ມ​ເຕີມ​ກຳລັງການ​ຜະລິດ​ໄຟ​ຟ້າ​ເກືອບ 1290 MW ເຂົ້າ​ໃນລະບົບ​ໄຟຟ້າ​ແຫ່ງ​ຊາດ​, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ພະລັງງານໄຟຟ້າ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​-ສັງຄົມ. ຕາມ​ນັ້ນ​ແລ້ວ, ​ແຕ່​ນີ້​ຮອດ​ທ້າຍ​ປີ 2012, PV Power ຈະນຳ​ບັນດາ​ໂຄງການ​ເຂົ້າ​ເຄື​ອ່ນ​ໄຫວຜະລິດ​ໄຟຟ້າ​ຄື: ​ໂຮງງານ​ໄຟຟ້າ​​ແຮງ​ລົມ Phu Quy (Binh Thuan) ຊື່​ງມີ​ປະລິມານ​ການ​ຜະລິດ​ໄຟຟ້າ 6,3 MW, ​ໂຮງງານ​ໄຟຟ້າ​​ໃຊ້​ພະລັງ​ຄວາມ​ຮ້ອນ Vung Ang 1 (Ha Tinh) ມີ​ກຳລັງການ​ຜະລິດ​ໄຟຟ້າ 1200 MW, ​ແລະ ​ໂຮງງານ​ໄຟຟ້າ​ນ້ຳຕົກ Hua Na (Nghe An) ມີ​ກຳລັງການ​ຜະລິດ​ໄຟຟ້າ 180 MW.​  ແຕ່​ນີ້​ຮອດປີ 2025, PV Power ສູ້​ຊົນ​ຈະ​ສຳ​ເລັດ​ຈຸດໝາຍ​ກາຍ​ເປັນ​ນັກ​ຜະລິດ​ໄຟຟ້າ​ໃຫ່ຍອັນ​ດັບ​ທີ 2 ຢູ່ ຫວຽດນາມ ດ້ວຍກຳລັງ​ການ​ຜະລິດ​ໄຟຟ້າກ່ວາ 9000 MW, ກວມ​ກ່ວາ 20%ກຳລັງ​ການ​ຜະລິດ​ໄຟຟ້າຕິດຕັ້ງ ​ແລະ ປະມານ 30% ​ປະລິ​ມານການ​ຜະລິດໄຟຟ້າທັງ​ລະບົບ.

ຂ່າວ/ບົດ​ອື່ນ