ເຢຍລະມັນຈັບຕົວຜູ້ຖືກສົງໄສກໍ່ການຮ້າຍຕື່ມອີກ2ຄົນ

ເຢຍລະມັນຈັບຕົວຜູ້ຖືກສົງໄສກໍ່ການຮ້າຍຕື່ມອີກ2ຄົນ - ảnh 1
ຕ​ຳຫຼວດ ເຢຍ​ລະ​ມັນ
(ພາບປະ​ກອບ)

(vovworld) – ວັນ​ທີ 22/1, ອົງ​ການໄອ​ຍະ​ການ ສະ​ຫະ​ພັນ ເຢຍ​ລະ​ມັນ ຢູ່​ນະ​ຄອນ Karlsruhe ປະ​ກາດ​ວ່າ: ໄດ້​ຈັບ​ຕົວ 2 ​ຄົນ​ຢູ່​ລັດ Rhine – Westphalia ເໜືອ, ທີ່​ຖືກ​ສົ​ງ​ໄສ​ວ່າ​ໄດ້ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ​ໃນ​ເຂດ​ດິນ​ແດນ ເຢຍ​ລະ​ມັນ. 2 ເປົ້າ​ໝາຍ​ດັ່ງ​ກ່າວ​ອາດ​ຈະ​ແມ່ນ​ສະ​ມາ​ຊິກ​ໃນ​​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ເຊິ່ງກ່ອນນັ້ນ​ໄດ້​ຮັບ​ການ​ບຳ​ລຸງ​ສ້າງຢູ່​ຄ​້າຍ​ຝຶກ​ອົບ​ຮົມ​​ທີ່ ຊີ​ຣີ.

        ກ່ອນ​ໜ້ານັ້ນ, ໃນ​ບັ້​ນ​ຮົບ​ຊອກ​ຈັບຜູ້​ຖືກ​ສົງ​ໄສ​ກໍ່​ການ​ຮ້າຍ, ວົງ​ການ​ເຈົ້າ​ໜ້າ​ທີ່ ເຢຍ​ລະ​ມັນ ໄດ້​ຈັບ​ຕົວ​ຜູ້​ຊາຍ 2 ຄົນ ຢູ່​ແບກ​ແລງ. ​ດ້ວຍ​ກ່​າວ​ຫາ​ວ່າ​ເປັນ​ຜູ້ນຳ​ໜ້າ​ເຄືອ​ຂ່າຍ ອິດ​ສະ​ລາມ “Moabit” ອ້າງ​ຊື່​ເອງ​ຢູ່ ແບກ​ແລງ. ອົງ​ການນີ້​ຖືກ​ສົງ​ໄສ​​ວ່າໄດ້​ກະ​ກຽມ, ໜູນ​ຊ່ວຍ​ດ້ານ​ການ​ເງິນ ແລະ ພາ​ລະ​ທິ​ການ​ໃຫ້​ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ຂອງ IS ຢູ່ ຊີ​ຣີ.


ຂ່າວ/ບົດ​ອື່ນ