ເຢຍລະມັນຊຸກຍູ້ການຮ່ວມມືກັບອີຣານ

ເຢຍລະມັນຊຸກຍູ້ການຮ່ວມມືກັບອີຣານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Sigmar Gabriel
(ພາບ: baotintuc.vn)


​​(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ ​ແລະ ພະລັງ​ງານ​​ເຢຍລະ​ມັນ Sigmar Gabriel, ວັນ​ທີ 19/07, ​ໄດ້​​​ໄປ​ເຖິງ​ອີຣານ. ທ່ານ​ໄດ້​ກ່າຍ​​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຜູ້ທຳ​ອິດຂອງ​ຝ່າຍ​ຕາ​ເວັນ​ຕົກ ໄປ​ຢ້ຽມຢາມ​ປະ​ເທດ​ນີ້, ນັບ​ແຕ່​​ເມື່ອອີຣານ ​ແລະ ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​​ໂລກ ບັນລຸ​ຂໍ້​ຕົກລົງ​ປະຫວັດສາດດ້ານ​ນິວ​ເຄຼຍ. ​ໃນ​ການ​ຢ້ຽມຢາມ​ເປັນ​ເວລາ 3 ວັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ Sigmar Gabriel ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານາທິບໍດີ​ອີຣານ Hassan Rouhani ພ້ອມ​ກັບ​ບັນດາ​ລັດຖະມົນຕີ​ປະ​ເທດ​ເຈົ້າພາບ ກ່ຽວ​ກັບ​ຂໍ້​ຕົກລົງ​ນິວ​ເຄຼຍ ທີ່​ບັນລຸ​ໄດ້​ໃນ​ວັນ​ທີ 14/07 ຜ່ານ​ມາ. ​ເຢຍລະ​ມັນ ​ແລະ ອີຣານ ​ເຄີຍ​ມີ​ການ​ພົວພັນ​ແລກປ່ຽນ​ດ້ານ​ການ​ຄ້າ​ຢ່າງ​ໃກ້ຊິດ ​ແຕ່​ຖືກ​ຜົນ​ສະທ້ອນ​ຈາກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍຕາ​ເວັນ​ຕົກ.

ຂ່າວ/ບົດ​ອື່ນ