ຊາວ ເຢຍລະມັນນັບຮ້ອຍຄົນ ອອກຈາກປະເທດເພື່ອເຂົ້າຮ່ວມກຳລັງ IS
(ພາບ: baomoi.com)
|
(vovworld) – ວັນທີ 4/2, ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງເພື່ອແນໃສ່ສະກັດກັ້ນບັນດາພາກສ່ວນອິດສະລາມຫົວຮຸນແຮງຂອງປະເທດນີ້ໄປຍັງ ອີຣັກ ແລະ ຊີຣີ ເພື່ອເຂົ້າຮ່ວມບັນດາອົງການຄື: “ລັດອິດສະລາມ” (IS) ອ້າງຊື່ເອງ, ເຂົ້າຮ່ວມການຝຶກອົບຮົມກັບບັນດາກຸ່ມຄືແນວນັ້ນ ຫຼື ສະໜອງເງິນຄຳໃຫ້ກຳລັງນີ້. ໂຄສົກຂອງທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ທ່ານ Steffen Seibert ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ, ຮ່າງກົດໝາຍດັ່ງກ່າວຈະນຳປະເທດ ເຢຍລະມັນ ກາຍເປັນປະເທດສະມາຊິກ ສະຫະພາບ ເອີລົບ (ອີຢູ) ທີສອງ, ຖັດຈາກ ຝຣັ່ງ, ປະຕິບັດບັນດາມາດຕະການສະກັດກັ້ນໄພນາບຂູ່ຈາກ “ບັນດານັກຮົບຕ່າງປະເທດ” ເຂົ້າຮ່ວມບັນດາກຳລັງຫົວຮຸນແຮງຕາມມະຕິລົງວັນທີ 24/9 ປີກາຍນີ້ຂອງສະພາຄວາມໝັ້ນຄົງ ສປຊ.
ປະຈຸບັນ, ມີພົນລະເມືອງ ເຢຍລະມັນ 600 ຄົນໄດ້ເຂົ້າຮ່ວມກຳລັງ IS ແລະ ບັນດາກຸ່ນຫົວຮຸນແຮງອື່ນໆຢູ່ ຊີຣີ ແລະ ອີຣັກ.