ເຢຍລະມັນແລະຝລັ່ງລົງນາມໃນສົນທິສັນຍາມິດຕະພາບສະບັບໃໝ່

(VOVWORLD) -       ວັນທີ 22 ມັງກອນ, ຢູ່ນະຄອນ Aachen, ທິດຕາເວັນຕົກເຢຍລະມັນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ລົງນາມໃນສົນທິສັນຍາ Aachen “ເຮັດໃໝ່” ກ່ຽວກັບການພົວພັນມິດຕະພາບລະຫວ່າງ 2 ປະເທດໃນເວລານັບສິບປີມານີ້.

ເຢຍລະມັນແລະຝລັ່ງລົງນາມໃນສົນທິສັນຍາມິດຕະພາບສະບັບໃໝ່ - ảnh 1 ເຢຍລະມັນແລະຝລັ່ງລົງນາມໃນສົນທິສັນຍາມິດຕະພາບສະບັບໃໝ່

(ພາບ: AFP/TTXVN)

ສັນຍາ Aachen ແມ່ນເພື່ອແນໃສ່ຍົກສູງກຳລັງຄວາມສາມາດໃນການຮ່ວມມືຢູ່ລຽບຕາມຊາຍແດນທີ່ມີລວງຍາວ 450 ກ.ມ ລະຫວ່າງຝລັ່ງ ແລະ ເຢຍລະມັນ, ພ້ອມທັງເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນເລື່ອງຮັບມືກັບບັນດາບັນຫາທົ່ວໂລກ ຄືການປ່ຽນແປງຂອງດິນຟ້າອາກາດ ແລະ ການກໍ່ການຮ້າຍ.

        ກ່າວຄຳເຫັນຕໍ່ວົງການເຈົ້າໜ້າທີ່ເຢຍລະມັນ ແລະ ເອີລົບ ທີ່ກອງປະຊຸມຢູ່ Aachen, ທ່ານນາງນາຍົກລັດຖະມົນຕີ Angela Markel ຖືວ່າ, ສົນທິສັນຍາສະບັບໃໝ່ລະຫວ່າງຝລັ່ງ ແລະ ເຢຍລະມັນ ແມ່ນບາດກ້າວໄປເຖິງການສ້າງຕັ້ງກອງທັບເອີລົບ ລວມໃນອະນາຄົດ.

        ສ່ວນທ່ານປະທານາທິບໍດີຝລັ່ງ Emmanuel Macron ສະແດງການສະໜັບສະໜູນຕໍ່ບົດກ່າວປາໄສຂອງທ່ານນາງ Angela Merkel, ເຊິ່ງໃຫ້ຄຳຕັກເຕືອນວ່າ “ຄວາມຄຽດແຄ້ນ” ໃນສັງຄົມເອີລົບ ກໍ່ຄືຄວາມກົດດັນຈາກພາຍນອກພວມເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ