ທ່ານ ເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈີມິນ
ພົບປະກັບປະທານາທິບໍດີອິນເດຍ
(ພາບ: sggp.org.vn)
(vovworld) – ວັນທີ 18/3, ທ່ານ ເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈີມິນ ແລະ ຄະນະຜູ້ແທນຂັ້ນສູງນະຄອນ ໄດ້ສິ້ນສຸດການຢ້ຽມຢາມອິນເດຍ ແຕ່ວັນທີ 13-18/3 ຢ່າງຈົບງາມ. ຢູ່ອິນເດຍ, ທ່ານ ເລແທງຫາຍໄດ້ມີການພົບປະກັບທ່ານຂ້າຫຼວງລັດ Maharashtra. ທ່ານ ເລແທງຫາຍ ໄດ້ຕີລາຄາສູງບົດຮຽນຂອງ ລັດ Maharashtra ໃນການລະດົມທຶນພັດທະນາພື້ນຖານໂຄງລ່າງ ຜ່ານຮູບການພາກລັດ - ພາກເອກະຊົນ (PPP).
ຕອນບ່າຍວັນທີ 18/3, ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈີມິນ ໄດ້ມີການເຮັດວຽກກັບຫ້ອງການການຄ້າ ແລະ ອຸດສາຫະກຳ ອິນເດຍ - ຫວຽດນາມ. ໃນໂອກາດນີ້, ສູນສົ່ງເສີມການຄ້າ ແລະ ການລົງທຶນນະຄອນ ໂຮ່ຈີມິນ ແລະ ຫ້ອງການອຸດສາຫະກຳ ການຄ້າ ອິນເດຍ - ຫວຽດນາມ ຢູ່ Mumbai ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງສອງຝ່າຍ.