(vovworld) - ຕອນເຊົ້າວັນທີ 24/11, ຄະນະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 4, ນະຄອນໂຮ່ຈິມິນ, ໂດຍທ່ານ ເລແທງຫາຍ, ເລຄາຄະນະພັກນະຄອນໂຮ່ຈິມິນ ນຳໜ້າໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ 5. ທີ່ການພົບປະ, ຄະນະສະມາຊິກສະພາແຫ່ງຊາດ ໄດ້ລາຍງານຕໍ່ບັນດາຜູ້ມີສິດເລືອກຕັ້ງເມືອງ 5 ກ່ຽວກັບເນື້ອໃນ ແລະ ໝາກຜົນຂອງກອງປະຊຸມສາໄໝສາມັນເທື່ອທີ 4, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ໃນນັ້ນ, ໝາກຜົນທີ່ພົ້ນເດັ່ນຂອງກອງປະຊຸມແມ່ນ ສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍ 9 ສະບັບ ແລະ ຮ່າງມະຕິທີ່ສຳຄັນ 5 ສະບັບ. ພິເສດທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ປຶກສາຫາລື, ຮັບຮອງເອົາມະຕິກ່ຽວກັບການລົງມະຕິ ແລະ ປ່ອນບັດໄວ້ວາງໃຈທີ່ມີຕໍ່ບັນດາຜູ້ຮັກສາຕຳແໜ່ງທີ່ສຳຄັນຂອງລັດ, ເຊິ່ງສະພາແຫ່ງຊາດ, ສະພາປະຊາຊົນໄດ້ເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນ. ຕາງໜ້າໃຫ້ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ, ທ່ານ ເລແທງຫາຍ ໄດ້ຮັບເອົາບັນດາຄຳເຫັນປະກອບທີ່ຖືກຕ້ອງ, ມີລະດັບມະຫາພາກຂອງຜູ້ມີສິດເລືອກຕັ້ງເມືອງ 5 ເພື່ອນຳເຂົ້າເນື້ອໃນຂອງກອງປະຊຸມຄັ້ງຈະມາເຖິງ. ທ່ານເລຂາຄະນະພັກ ເລແທງຫາຍ ຢືນຢັນວ່າ ຈະມີບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອນຳພື້ນຖານເສດຖະກິດຂອງນະຄອນສືບຕໍ່ພັດທະນາຢ່າງໝັ້ນຄົງ. ທ່ານກ່າວວ່າ.
“ເມື່ອໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ 5 ຂ້າພະເຈົ້າເຫັນວ່າ ບັນດາຜູ້ມີສິດເລືອກຕັ້ງ ໄດ້ປະກອບຄຳເຫັນດ້ວຍຈິດໃຈໜ້າທີ່ຮັບຜິດຊອບສູງ, ທຸກໆຄຳເຫັນລ້ວນແຕ່ຖືກຕ້ອງ ເພາະສະນັ້ນ ດ້ວຍໜ້າທີ່ເປັນສະມາຊິກສາພາແຫ່ງຊາດ ແລະ ກໍຄືໜ້າທີ່ຢູ່ນະຄອນ ພວກຂ້າພະເຈົ້າຕ້ອງສຸມໃສ່ແກ້ໄຂບັນດາບັນຫາທີ່ເຄັ່ງຮ້ອນຂອງປະຊາຊົນ, ເພື່ອຮັບປະກັນຊີວິດສັງຄົມ. ພ້ອມທັງສ້າງເສດຖະກິດຂອງນະຄອນພັດທະນາຢ່າງໄວ, ໝັ້ນຄົງ ສ້າງນະຄອນທີ່ສີວິໄລ, ທັນສະໄໝ ແລະ ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີກວ່າເກົ່າ”.