ເລຂາທິການໃຫຍ່ເຄືອຂ່າຍແຮງງານ ອາຊີ - ປາຊີຟິກ ຢ້ຽມຢາມ ຫວຽດນາມ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຕີລາຄາສູງຄວາມມານະພະຍາຍາມຂອງເຄືອຂ່າຍແຮງງານອາຊີ - ປາຊີຟິກ ໃນການໜູນຊ່ວຍ, ສະໜັບສະໜູນຄົນ ງານຢູ່ພາກພື້ນ
ເລຂາທິການໃຫຍ່ເຄືອຂ່າຍແຮງງານ ອາຊີ - ປາຊີຟິກ ຢ້ຽມຢາມ ຫວຽດນາມ - ảnh 1ທ່ານ Shoya Yoshida ແລະ ທ່ານ ຟ້າມບີ່ງມີງ ທີ່ການພົບປະ

ຕອນບ່າຍວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ປະທານຄະນະກຳມະການແຫ່ງຊາດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC ) 2017  ໄດ້ຕ້ອນຮັບທ່ານ Shoya Yoshida, ເລຂາທິການໃຫຍ່ເຄືອຂ່າຍແຮງງານອາຊີ - ປາຊີຟິກ, ເນື່ອງໃນໂອກາດມາ ຫວຽດນາມ ມອບຖະແຫຼງການຂອງເຄືອຂ່າຍແຮງງານ ອາຊີ - ປາຊີຟິກ ສົ່ງເຖິງກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2017.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ຕີລາຄາສູງຄວາມມານະພະຍາຍາມຂອງເຄືອຂ່າຍແຮງງານອາຊີ - ປາຊີຟິກ ໃນການໜູນຊ່ວຍ, ສະໜັບສະໜູນຄົນ ງານຢູ່ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ໃຫ້ຮູ້ວ່າ: ໜຶ່ງໃນ 4 ບຸລິມະສິດຂອງປີ APEC ຫວຽດນາມ 2017 ແມ່ນຊຸກຍູ້ການເຕີບໂຕກວມລວມ ແລະ ຍືນຍົງ. ອາທິດຈະມາເຖິງ, ບັນດາການນຳເສດຖະກິດ APEC ຈະປະຊຸມຢູ່ ດ່ານັ້ງ ພ້ອມກັນແລກປ່ຽນບັນດາມາດຕະການຊຸກຍູ້ກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ ແລະ ການຮ່ວມສຳພັນເສດຖະກິດພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ