ເລຂາທິການໃຫຍ່ ສປຊ ກ່າວປະມານຂໍ້ຕົກລົງກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ຂອງອິດສະຣາແອນ
ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ
|
(vovworld) – ວັນທີ 1/4, ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ເວົ້າວ່າ ທ່ານມີຄວາມເສຍຫວັງ ແລະ ຢ້ານກົວຕໍ່ໜ້າຂໍ້ຕົກລົງຂອງ ອິດສະຣາແອນ ກ່ຽວກັບການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ໃໝ່ໃນເຂດດິນແດນທີ່ຢຶດຄອງຂອງຊາວ ປາແລດສະຕີນ, ພ້ອມທັງກ່າວປະນາມການກະທຳນີ້. ຖະແຫຼງການດັ່ງກ່າວຂອງທ່ານເລຂາທິການໃຫຍ່ ສປຊ ໄດ້ຍົກອອກມາພາຍຫຼັງກົງຈັກປ້ອງກັນຄວາມສະຫງົບຂອງ ອິດສະຣາແອນ ໃນວັນທີ 30/3 ໄດ້ຮັບຮອງເອົາການກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ແຫ່ງໃໝ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍ້ແດນ ທີ່ຖືກຢຶດຄອງໃນ 2 ທົດສະວັດຜ່ານມາ.