ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານພັກກອມມູນິດ ບຣາຊິນ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານພັກກອມມູນິດ ບຣາຊິນ - ảnh 1
ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕ້ອນຮັບປະທານພັກກອມມູນິດ ບຣາຊິນ
(Trí Dũng - TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 9/4 ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Renato Rabelo ປະທານ​ພັກ​ກອມ​ມູນິດ ບຣາຊິນ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​  ​ໄດ້​ຕີ​ລາຄາ​ສູງ ບັນດາ​ການ​ປະກອບສ່ວນ​ຂອງ​ພັກ​ກອມ​ມູນິດ ບຣາຊິນ ທີ່​ມີ​ຕໍ່​ຂະ​ບວນການ​ຝ່າຍ​ຊ້າຍ ອາ​ເມ​ລິ​ກາ ລາຕີ​ນ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​: ​ໃນ​​ໄລຍະ​ທີ່​ຈະ​ມ​ເຖິງ, ພັກ​ກອມ​ມູນິດ ບຣາຊິນ ຈະ​ຍາດ​ໄດ້​ບັນດາ​ໄຊຊະນະ ອັນ​ໃຫຍ່​ຫຼວງ​ກ່ວາ​ອີກ ​ໃນ​ພາລະກິດ​ຕໍ​່ສູ້​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ, ປະກອບສ່ວນ​ຊຸກຍູ້​ການ​ຕໍ່​ສູ່​ຮ່ວມ​ຂອງ​ປະຊາຊົນ ບຣາຊິນ ​ແລະ ອາ​ເມ​ລິ​ກາ ລາຕີ​ນ ​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ. ສ່ວນ​ທ່ານ​ປະທານ ​ພັກ​ກອມ​ມູນິດ ບຣາຊິນ Renato Rabelo ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ໝາຍ​ທີ່​ຍິ່ງ​ໃຫຍ່​ຂອງ​ການ​ຕໍ່​ສູ່​ປົດ​ປ່ອຍ​ຊາດ​ເມື່ອກ່ອນ​ນີ້ ​ແລະ ພາລະກິດ​ປ່ຽນ​ແປງ​ໃໝ່​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ໃນ​ທຸກ​ວັນ​ນີ້​ຂອງ​ປະຊາຊົນ ຫວຽດນາມ ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ຫວຽດນາມ. ທ່ານ Renato Rabelo ສະ​ແດ​ງຄວາມ​ຫວັງ​ຢາກ​ຊຸກຍູ້​ການ​ພົວພັນ​ສາມັກ​ຄີ, ນ້ຳ​ໃຈ​ມິດຕະພາບ ​ແລະ ​ເປີດ​ກ້ວາງ​ບັນດາ​ຂົງ​ເຂດ​ຮ່ວມ​ມື 2 ຝ່າຍ ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ