ເລີ່ມລົງມືກໍ່ສ້າງເຮືອນຂຽວ ສປຊ ໜຶ່ງດຽວຢູ່ຫວຽດນາມ

ເລີ່ມລົງມືກໍ່ສ້າງເຮືອນຂຽວ ສປຊ ໜຶ່ງດຽວຢູ່ຫວຽດນາມ - ảnh 1

(ພາບປະກອບ)

(vovworld): ຕອນ​ບ່າຍ​ວັນ​ທີ 21/1, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີ​​ເລີ່​ມລົງມື​ກໍ່​ສ້າງ​ເຮືອນຂຽວ​ສະຫະ​ປະຊາ​ຊາດ​ໜຶ່ງ​ດຽວ​ຢູ່​ຫວຽດນາມ. ນີ້​ແມ່ນ​ຂໍ້​ລິ​ເລິ່ມພິ​ເສດ​ໃນ​ໂລກ​ເພື່ອ​ຊ່ວຍ​ເພີ່ມ​ທະວີ​ລັກສະນະ​ປະສິດທິ​ຜົນ​ໃນ​ການ​ເຄຶ່ອນ​ໄຫວ​ຂອງ ສປຊ, ນຳ​ມາ​ເຊິ່ງໝາກຜົນ​ແຫ່ງ​ການ​ພັດທະນາ​ຮອບດ້ານ ​ແລະ ສະໜິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ. ທ່ານ​ຟ້າ​ງກວາງ​ວິ​ງ, ຮອງລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ຂໍ້ລິ​ເລິ່ມນີ້​ຢາກ​ໃຫ້​ທຸກໆ​ອົງການຜູ້ຕາງໜ້າ ສປຊ ປະຈຳ​ແຕ່ລະ​ປະ​ເທດ ຈະ​​ສົມທົບ​ກັນ, ພ້ອມ​ກັນ​ເຄື່ອນ​ໄຫວ​ເພື່ອ​ເພີ່ມ​ທະວີ​ປະສິດທິ​ຜົນ, ການ​ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ມີ​ອົງການ​ຜູ້ຕາງໜ້າ ສປຊ. ​ໃນ​ເຮືອນ​ຫຼັງ​ນີ້, ຈະ​ຖືການ​ສົມທົບ​ໃນ ສປຊ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ສົມທົບ​ລະຫວ່າງ​ຫວຽດນາມ ກັບ​ອົງການ​ນີ້ເປັນ​ສຳຄັນ. ນີ້​ຈະ​ແມ່ນ​ສັນຍາ​ລັກ​ຂ​ອງການ​ສະໜິດ​ຕິດ​ພັນ​ກັບ​ສິ່ງ​ແວດ​ລ້ອມ“

 

 

 

 

 

ຂ່າວ/ບົດ​ອື່ນ