ເລີ່ມ​ເຄື່ອນ​ໄຫວ "ວັນອາທິດສີຂຽວ" ​ທົ່ວ​ປະ​ເທດໃນປີ 2022

(VOVWORLD) -ແຂວງ ບິ່ງທ້ວນ ແມ່ນໜຶ່ງໃນ 3 ຫົວໜ່ວຍໄດ້ຄັດເລືອກເປັນສະຖານທີ່ຈັດຕັ້ງການເລີ່ມເຄື່ອນໄຫວຂັ້ນສູນກາງ. ຢູ່ທີ່ນີ້, ຄະນະຊາວໜຸ່ມສູນກາງໄດ້ໜູນຊ່ວຍປະຊາຊົນ ແລະ ເດັກນ້ອຍໃນເຂດດ້ວຍຫຼາຍໂຄງການທີ່ມີຄວາມໝາຍຄື: ມອບຮູບແບບພັດທະນາເສດຖະກິດໃຫ້ຊາວໜຸ່ມ ບິ່ງທ້ວນ ດ້ວຍງົບປະມານ 500 ລ້ານດົ່ງ; ມອບໃຫ້ຮູບແບບສວນຂອງຄະນະຊາວໜຸ່ມທີ່ມີມູນຄ່າ 50 ລ້ານດົ່ງ…
ເລີ່ມ​ເຄື່ອນ​ໄຫວ ພາບປະກອບ: TTXVN

ຕອນເຊົ້າວັນທີ 20 ມີນາ, ຄະນະຊາວໜຸ່ມສູນກາງກອມມູນິດໂຮ່ຈິມິນ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງ ບິ່ງທ້ວນ ສົມທົບກັນຈັດຕັ້ງບັນດາການ “ເລີ່ມເຄື່ອນໄຫວວັນອາທິດຂຽວທົ່ວປະເທດຄັ້ງທີ I ປີ 2022”. ວັນອາທິດສີຂຽວ ນອນໃນຂອງເຂດເດືອນຊາວໜຸ່ມປີ 2022, ເພື່ອສົມທົບກັນແກ້ໄຂສະພາບມົນລະພິດສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແຂ່ງຂັນກັນສ້າງຜົນງານທີ່ຕັ້ງໜ້າເພື່ອຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄະນະຊາວໜຸ່ມທົ່ວປະເທດຄັ້ງທີ XII ໄລຍະ 2022-2027.

ແຂວງ ບິ່ງທ້ວນ ແມ່ນໜຶ່ງໃນ 3 ຫົວໜ່ວຍໄດ້ຄັດເລືອກເປັນສະຖານທີ່ຈັດຕັ້ງການເລີ່ມເຄື່ອນໄຫວຂັ້ນສູນກາງ. ຢູ່ທີ່ນີ້, ຄະນະຊາວໜຸ່ມສູນກາງໄດ້ໜູນຊ່ວຍປະຊາຊົນ ແລະ ເດັກນ້ອຍໃນເຂດດ້ວຍຫຼາຍໂຄງການທີ່ມີຄວາມໝາຍຄື: ມອບຮູບແບບພັດທະນາເສດຖະກິດໃຫ້ຊາວໜຸ່ມ ບິ່ງທ້ວນ ດ້ວຍງົບປະມານ 500 ລ້ານດົ່ງ; ມອບໃຫ້ຮູບແບບສວນຂອງຄະນະຊາວໜຸ່ມທີ່ມີມູນຄ່າ 50 ລ້ານດົ່ງ…

ໃນໂອກາດນີ້, ຄະນະຊາວໜຸ່ມສູນກາງຍັງໄດ້ປຸກລະດົມຄະນະຊາວໜຸ່ມທຸກຂັ້ນ - ສະມາຄົມຈັດຕັ້ງຄະນະຊາວໜຸ່ມອາສາສະໝັກເລີ່ມເຄື່ອນໄຫວເຂົ້າໃນວຽກງານອະນາໄມສິ່ງແວດລ້ອມ, ປູກ ແລະ ບົວລະບັດຕົ້ນໄມ້ຂຽວ, ຜັນຂະຫຍາຍເສັ້ນທາງດອກໄມ້ຊົນນະບົດໃໝ່, ຮູບແບບສ້າງແຫຼ່ງແນວພັນຕົ້ນໄມ້ສີຂຽວຂອງຄະນະຊາວໜຸ່ມເພື່ອຜັນຂະຫຍາຍໂຄງການ “ເພື່ອຫວຽດນາມສີຂຽວ”…/.

ຕອບກັບ

ຂ່າວ/ບົດ​ອື່ນ