“ເລື່ອງກະວີຮວາລື”ໄດ້ຮັບຫນັງສືຢັ້ງຢືນສະຖິຕິປື້ມສະບັບຫນຶ່ງດຽວໃນໂລກ

“ເລື່ອງກະວີຮວາລື”ໄດ້ຮັບຫນັງສືຢັ້ງຢືນສະຖິຕິປື້ມສະບັບຫນຶ່ງດຽວໃນໂລກ - ảnh 1
“ເລື່ອງກະວີຮວາລື"
ພາບ:zing.vn


(vovworld)- ​ຕອນ​ເຊົ້າ​ວັນ​ທີ 5/5/2016, ຢູ່ ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ພະ​ລາດ​ຊະ​ວັງ​ທັງ​ລອງ, ພັ​ນ​ທະ​ມິດ​ສະ​ຖ​ິ​ຕິ​ໂລກ (WorldKings)ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ຫນັງ​ສືຢັ້ງ​ຢືນ​ສະ​ຖິ​ຕິ​ໂລກ​ໃຫ້​ແກ່​ປື້ມ​ສະ​ບັບຫນຶ່ງ​ດຽວ “ເລື່ອງ​ກະ​ວີ​ຮ​ວາ​ລື” ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ໃນ​ວັນ​ທີ 3/3/2016. ນີ້​ແມ່ນ​ປື້ມກະ​ວີພັນ​ລະ​ນາ​ເມືອງ​ຫລວງ​ເກົ່າ ຮ​ວາ​ລື ສະ​ບັບ​ຫນຶ່ງ​ດຽວ ໄດ້​ຮັບ​ການ​ຜະ​ລິດ​ໃນ​ໂອ​ກາດ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 1000 ພັນ​ປີ​ແຫ່ງ​ທັງ​ລອງ ໂດຍ​ອົງ​ການ​ສະ​ຖິ​ຕິ ຫວຽດ​ນາມ ມອບ​ລາງວັນ​ສະ​ຖິ​ຕິ​ສະ​ບັບ​ຫນຶ່ງ​ດຽວ​ປີ 2010. “ເລື່ອງ​ກະ​ວີ​ຮ​ວາ​ລື” ແມ່ນ​ປື້ມ​ວັນ​ນະ​ຄະ​ດີ​ສິ​ລະ​ປະ​ຂອງ ສາດ​ສະ​ດາ​ຈານ, ສະ​ມາ​ຊິກ​ສະ​ພາ​ມະ​ຫາ​ບັນ​ດີດ ຮ່​ວາງກວາງ​ທ້ວນ, ຫົວ​ຫນ້າ​ສະ​ຖາ​ບັນ​ເຕ​ັກ​ໂນ​ໂລ​ຊີ ໂທ​ລະ​ຄົມ​ມະ​ນາ​ຄົມ- ສະ​ພາ​ມະ​ຫາ​ບັ​ນ​ດີດ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ. ປື້ມ​ດັ່ງ​ກ່າວ ໂດຍ​ນັກ​ຈິດ​ຕະ​ກອ​ນ​ ເຈີນກວກ​ເອີນ ຜະ​ລິດ​ດ້ວຍຂະ​ຫນາດ 109 cm x 70 cm x 10 cm, ມີ​ນ້ຳ​ຫນັກ 54 ກິ​ໂລ​ກາມ. ຫນ້າ​ປົກ​ເຮັດ​ດ້ວຍ​ໄມ້​ປະ​ເພດ​ຫາ​ຍາກ, ແກະ​ຄວັດ​ສະ​ຫລັກ​ຮູບ​ມັງ​ກອນ, ດ້ວຍ​ບົດ​ກະ​ວີ 121 ບົດ​ຂຽນ​ດ້ວຍ​ມື​ໃສ່​ເຈ້ຍ​ຫນັງ​ປອມ ແລະ ມີ​ຮູບຖ່າຍ 121 ແຜ່ນ.ສາດ​ສະ​ດາ​ຈານ, ສະ​ມາ​ຊິກ​ສະ​ພາ​ມະ​ຫາ​ບັນ​ດີດ ຮ່​ວາງກວາງ​ທ້ວນ ໃຫ້​ຮູ້​ວ່າ:

        “ຈ​ຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ປື້ມ​ຫົວ​ນີ້​ແມ່ນ​ເວົ້າ​ເຖິງ​ປະ​ຫວັດ​ສາດ​ຂອງ​ຄົນ​ລຸ້ນກ​ອ່ນ ໃນ​ໄລ​ຍະ​ນັບ​ພັນ​ປີ​ແຫ່ງ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ໃນ​ສະ​ໄຫມ​ເຈົ້າ​ຊີ​ວິດ ດີງ​ຕ​ຽນ​ຮ່​ວາງ ຮອດ​ສະ​ໄຫມເຈົ້າ​ຊີ​ວິດ ລີ​ກົງ​ອ​ວນ.”

ຕອບກັບ

ຂ່າວ/ບົດ​ອື່ນ