ເວ​ທີ​ປາ​ໄສ​ວິ​ສາ​ຫະກິດ ອີ​ຕາ​ລີ - ອາ​ຊຽນ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ອາຊຽນ, ອີຕາລີ ແລະ ຫວຽດນາມ ຈົ່ງຮ່ວມມືເພື່ອພ້ອມກັນບັນລຸຜົນສຳເລັດ ແລະ ພ້ອມກັນພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ.

ເວ​ທີ​ປາ​ໄສ​ວິ​ສາ​ຫະກິດ ອີ​ຕາ​ລີ - ອາ​ຊຽນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວປາໄສຊົມເຊຍເວທີປາໄສ (ພາບ: TTXVN)

ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ໄດ້ເປັນປະທານຮ່ວມ ເວທີປາໄສວິສາຫະກິດ ອີຕາລີ - ອາຊຽນ. ເຫດການໄດ້ຈັດຕັ້ງເນື່ອງໃນໂອກາດການມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Giuseppe Conte ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ພ້ອມກັບວິສາຫະກິດຫຼາຍກ່ວາ 300 ແຫ່ງທີ່ມາຈາກ ອີຕາລີ, ພາກພື້ນ ອາຊຽນ ແລະ ວິສາຫະກິດ ຂອງ ຫວຽດນາມ  ກ່ວາ 150 ແຫ່ງ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍບັນດາວິສາຫະກິດ ອີຕາລີ ທີ່ໄດ້ເດີນທາງມາເຂົ້າຮ່ວມເວທີປາໄສຢູ່ ຫວຽດນາມ ແລະ ຕີລາຄາສູງ ຄວາມໄວ້ເນື້ອເຊື່ອໃຈ ແລະ ການຄັດເລືອກຂອງບັນດາວິສາຫະກິດ ອີຕາລີ ທີ່ມີຕໍ່ ຫວຽດນາມ, ເນັ້ນໜັກເຖິງຄວາມໝາຍຂອງເວທີປາໄສດ້ວຍການເຂົ້າຮ່ວມຂອງທັງທ່ານນາຍົກລັດຖະມົນຕີ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ຢັ້ງຢືນວ່າ ສິ່ງນີ້ສະແດງໃຫ້ເຫັນການສະໜັບສະໜູນ, ຕີລາຄາສູງຂອງລັດຖະບານ ຫວຽດນາມ ທີ່ມີຕໍ່ການຮ່ວມມືຂອງລັດຖະບານ ອີຕາລີ, ຂອງບັນດາວິສາຫະກິດ ອີຕາລີ, ອາຊຽນ ກັບ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ມີຄວາມປາດຖະໜາວ່າ ບັນດາວິສາຫະກິດ ອີຕາລີ ຈົ່ງເລືອກເອົາຫວຽດນາມ ເມື່ອ ເບີ່ງມາທາງທິດຕາເວັນອອກ ແລະ ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ເປັນເອກະລັກສະເພາະຂອງ ຫວຽດນາມ - ປະເທດທີ່ມີຈຳນວນພົນລະເມືອງເກືອບ 100 ລ້ານຄົນ ເຊິ່ງພວມໄດ້ຮັບການພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປັນສະມາຊິກທີ່ຕັ້ງໜ້າຂອງປະຊາຄົມ ອາຊຽນ ດ້ວຍຂະໜາດ GDP ເກືອບ 3.000 ຕື້ USD

ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ອາຊຽນ, ອີຕາລີ ແລະ ຫວຽດນາມ ຈົ່ງຮ່ວມມືເພື່ອພ້ອມກັນບັນລຸຜົນສຳເລັດ ແລະ ພ້ອມກັນພັດທະນາໃຫ້ເຕີບໃຫຍ່ເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ