ເວທີປາໄສຮ່ວມມື ພັດທະນາຂໍ້ລິເລີ່ມ ໃຫ້ແກ່ການເຊື່ອມ ໂຍງອາຊຽນຄັ້ງທີ 4

ເວທີປາໄສຮ່ວມມື ພັດທະນາຂໍ້ລິເລີ່ມ ໃຫ້ແກ່ການເຊື່ອມ ໂຍງອາຊຽນຄັ້ງທີ 4 - ảnh 1

(ພາບ:bbc.co.uk)

(VOV)- ວັນ​ທີ 29/10, ​ທີ່​ສຳນັກງານຄະນະ​ເລຂາ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່​ນະຄອນຫຼວງ​ຈັກ​ກາ​ຕາ ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄດ້​ຈັດ​ໃຫ້​ມີ​ເວທີ​ປາ​ໄສ​ຮ່ວມ​ມື​ພັດທະນາ​ຂໍ້​ລິ​ເລີ່​ມ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ອາ​ຊຽນຄັ້ງທີ 4 (IDCF) ໂດຍມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ປະຈຳບັນດາປະເທດສະມາຊິກອາຊຽນ, ເອກອັກຄະລັດຖະທູດບັນດາປະເທດ ຄູ່ຮ່ວມມື​ເຈລະຈາ​ຂອງ​ອາ​ຊຽນ ພ້ອມ​ດ້ວຍ​ບັນດາ​ອົງການ​ພັດທະນາ​ພາກ​ພື້ນ ​ແລະ ​ໂລກ. IDCF ຄັ້ງທີ 4 ສຸມ​ໃສ່​ປຶກສາ​ຫາລື​ຂອບ​ເຂດ​ຍຸດ​ທະ​ສາດ ​ແລະ ​​ແຜນການ​ເຮັດ​ວຽກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ອາ​ຊຽນ (IAI) ​ໄລຍະ​ທີ 2 ຄື​ແຕ່​ປີ 2009-2015 ພາຍ​ຫຼັງ​ໄດ້​ສ້າງ​ແຜນການ​ເຮັດ​ວຽກ​ໃຫ້​ແກ່ IAI ​ໄລຍະ 1 ຄື​ແຕ່​ປີ 2002-2008 ສຳ​ເລັດ, ບັນດາ​ມາດ​ຕະການ​ປະຕິບັດ ​ແລະ ຍົກ​ສູງ​ປະສິດທິ​ຜົ​ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ກຸ່ມ ​ແລະ ກັບ​ບັນດາ​ຄູ່​ຮ່ວມ​ມື​ເຈລະຈາ​ເພື່ອ​ແນ​ໃສ່​ຮັດ​ແຄບ​ຊ່ອງ​ວ່າງ​ການ​ພັດທະນາ​ໃນ​ອາ​ຊຽນ ​ໂດຍ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ກຸ່ມ 6 ປະ​ເທດ​ສະມາຊິກ​ເກົ່າ​ຄື: ສິງກະ​ໂປ, ບຣູ​ໄນ, ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ ​ແລະ ຟີ​ລິບ​ປິນ ​ແລະ 4 ປະ​ເທດ​ສະມາຊິກ​ໃໝ່ໃນ​ກຸ່ມ CLMV ຄື​ກຳປູ​ເຈຍ, ລາວ, ມ້ຽນ​ມາ ​ແລະ ຫວຽດນາມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ໜູນ​ຊ່ວຍ​ບັນດາ​ປະ​ເທດ  CLMV ​ເຊື່ອມ​ຕົວ​ເຂົ້າກັບ​ອາ​ຊຽນ ຢ່າງ​ໄວວາ​ກ່ວາ ມຸ້ງ​ໄປ​ເຖິງ​ປະຊາ​ຄົມ​ລວມ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ