ເວທີປາໄສເຈລະຈານະໂຍບາຍຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ

(VOVWORLD) - ວັນທີ 25 ສິງຫາ, ທີ່ນະຄອນ ເກີນເທີ, ໃນຂອບເຂດບັນດາການເຄື່ອນໄຫວຂອງສັບປະດາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຈລະຈານະໂຍບາຍຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ເວທີປາໄສເຈລະຈານະໂຍບາຍຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ - ảnh 1 ເວທີປາໄສເຈລະຈານະໂຍບາຍຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ (ພາບ: ວັນດຶກ)

ໄດ້ດຳເນີນເວທີປາໄສເຈລະຈານະໂຍບາຍຂັ້ນສູງກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ສະເໜີບັນດາພື້ນຖານເສດຖະກິດສະມາຊິກໃນອະນາຄົດ ເອົາໃຈໃສ່ເຖິງວຽກງານໜູນຊ່ວຍເຊິ່ງກັນ ແລະ ກັນໃນການກໍ່ສ້າງ ແລະ ພັດທະນາພື້ນຖານກະສິກຳຂຽວແບບຍືນຍົງ ແລະ ປ່ຽນແປງໃໝ່ເຕັກໂນໂລຊີໃນການຜະລິດກ່ວາອີກ ແນໃສ່ຮັບປະກັນຄຸນນະພາບສະບຽງອາຫານ ແລະ ຄວາມໝັ້ນຄົງດ້ານໂພສະນາການ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ກ່າວວ່າ:

“ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພັດທະນາກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນໜຶ່ງໃນບັນດາບັນຫາສຳຄັນແຖວໜ້າສຳລັບ ຫວຽດນາມ ແລະ ທຸກພາກພື້ນ ອາຊີ - ປາຊີຟິກ ແລະ ໃນທົ່ວໂລກ; ມີຄວາມໝາຍສຳຄັນ ແນໃສ່ຮັບປະກັນການພັດທະນາກວມລວມ, ເອົາໃຈໃສ່ເຖິງບັນຫາສະຫວັດດີການຂອງປະຊາຊົນທຸກຄົນ. ການເຈລະຈາສຳຄັນນີ້ ແມ່ນເຫດການ ຜັນຂະຫຍາຍໜຶ່ງໃນສີ່ເສົາຄ້ຳບຸລິມະສິດຂອງປີ APEC 2017  ຢ່າງເປັນທາງການເພື່ອເພີ່ມທະວີຄວາມໝັ້ນຄົງດ້ານສະບຽງອາຫານ ກະສິກຳແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

ຕອບກັບ

ຂ່າວ/ບົດ​ອື່ນ