(vovword)- ໜັງສືພິມ “ Jakarta Pose ” ສະບັບຫວ່າງແລ້ວນີ້ ໄດ້ຄັດສະເໜີຄຳເວົ້າຂອງນັກຊ່າວຊານດ້ານເສດຖະກິດ Anna Marrs, ຜູ້ອຳນວຍການທະນາຄານ Standard Charterred Bank ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີໃຕ້, ໃຫ້ຂໍ້ສັງເກດວ່າ ໃນຮອບສາມທົດສະວັດຜ່ານມາ, ຫຼາຍພື້ນຖານເສດຖະກິດບັນດາປະເທດອາຊຽນໄດ້ພັດທະນາຢ່າງແຮງ ຍ້ອນມີການສົ່ງອອກ, ເຮັດໃຫ້ຊົນຊັ້ນກາງຮັ່ງມີໃນພາກພື້ນນີ້ເພີ່ມຂຶ້ນ. ເສດຖະກິດ 10 ປະເທດສະມາຊິກອາຊຽນຍັງຄົງຮັກສາທ່າເຕີບໂຕ ແຕ່ 5-7%ໃນປີນີ້. ອິນໂດເນເຊຍ ແລະ ຟີລິບປິ່ນ ໄດ້ຮັບຖືວ່າ ແມ່ນບັນດາປະເທດມີລະດັບການເຕີບໂຕສູງທີ່ສຸດໃນປີ 2017 ຍ້ອນມີຍຸດທະສາດສົ່ງອອກ ກໍ່ຄືການໃຫ້ບຸລິມະສິດແກ່ຕະຫຼາດພາຍໃນປະເທດ. ກ່ຽວກັບການຄ້າພາຍໃນກຸ່ມຈະຮັກສາ ທ່າພັດທະນາເປັນຢ່າງດີ, ກວມ ປະມານ 1/4 ຂອງຍອດມູນຄ່າ ການຄ້າໃນກຸ່ມ. ສິ່ງດັ່ງກ່າວ ມີຄວາມໝາຍວ່າ ພາກພື້ນອາຊຽນ, ດ້ວຍກຳລັງຊື້ພວມເພີ່ມຂຶ້ນ, ຍັງຄົງແມ່ນສະຖານທີ່ ສ້າງຄວາມດຶງດູດໃຫ້ວິສາຫະກິດ. ຕາມນັກຊ່ຽວຊານແລ້ວ, ບັນດາກະແສລົງທຶນ ໄດ້ລັ່ງໄຫຼເຂົ້າອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້ ຍັງຈະສືບຕໍ່ຢູ່, ດັ່ງນັ້ນຈະຮັກສາທ່າເຕີບໂຕນີ້ໄດ້. ປີ 2017 ໝັ້ນໝາຍວ່າ ຈະມີການຫັນປ່ຽນຫຼາຍຢ່າງ ກ່ຽວກັບເສດຖະກິດໂລກ ກໍ່ຄືຂອງພາກພື້ນ. ເຖິງຢ່າງໃດກໍ່ຕາມ, ບັນດາວິສາຫະກິດອາດຈະຍັງສືບຕໍ່ເປີດກວ້າງການລົງທຶນດຳເນີນທຸລະກິດຢູ່ອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືອາຊີຕາໃຕ້ເພື່ອຮັກສາຜົນກຳໄລຂອງຕົນ.