ເສດຖະກິດລາວ ສືບຕໍ່ ພັດທະນາຢ່າງໝັ້ນຄົງ
ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ
ເປັນເຈົ້າພາບກອງປະຊຸມ
(ພາບ: kpl.net.la)
(vovworld) - ໃນລະຫວ່າງວັນທີ 02 – 03 ຕຸລາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ເປັນເຈົ້າພາບກອງປະຊຸມຕີລາຄາສະພາບການ, ຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ, ງົບປະມານແຫ່ງລັດປີ 2012 – 2013 ແລະ ເຜີຍແຜ່ແຜນການປີ 2013 – 2014 ຂອງປະເທດ. ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໃຫ້ຮູ້ວ່າ ໃນປີການເງິນ 2012 – 2013 ແຜນການພັດທະນາເສດຖະກິດສັງຄົມຂອງລາວ ສືບຕໍ່ພັດທະນາ. ອັດຕາການເຕີບໂຕເສດຖະກິດບັນລຸລະດັບ 8%, ດຶງດູດ 52 ໂຄງການລົງທຶນທີ່ມີຍອດມູນຄ່າ 3 ຕື້ USD, ເພີ່ມຂຶ້ນ 11,52% ເມື່ອທຽບໃສ່ໄລຍະດ່ຽວກັນຂອງປີ 2012. ປີການເງິນ 2013 – 2014 ມີຄວາມໝາຍສຳຄັນພິເສດສຳລັບລາວ, ຍ້ອນນີ້ແມ່ນປີທີ 4 ແຫ່ງການປະຕິບັດແຜນການພັດທະນາເສດຖະກິດ, ສັງຄົມ 5 ປີຄັ້ງທີ 7 (2011 - 2015) ປະຕິບັດ 4 ຂອດບຸກທະລຸຕາມຈິດໃຈມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ 9 ແນໃສ່ພັດທະນາເສດຖະກິດສັງຄົມ ຢ່າງບໍ່ຢຸດຢັ້ງ, ພ້ອມທັງຮັບປະກັນການພັດທະນາຢ່າງໝັ້ນຄົງ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ.
ແຕ່ວ່າ, ທ່ານນາຍົກລັດຖະມົນຕີ ທອງສິນ ທຳມະວົງ ກໍ່ເຕື້ອງເຖິງບັນດາຄວາມຫຍຸ້ງຍາກ, ຄົງຄ້າງ ເຊິ່ງລາວ ຕ້ອງຜ່ານຜ່າຄື ແຫຼ່ງສະສົມພາຍໃນປະເທດຍັງອ່ອນດ້ອຍຢູ່, ເສດຖະກິດຍັງອິ່ງໃສ່ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ການສົ່ງອອກວັດຖຸດິບ.