ເສດຖະກິດຫວຽດນາມຈະເຕີບໂຕແຕ່ລະປີປະມານ10%ກ່ອນປີ2030ຍ້ອນມີTPP

ເສດຖະກິດຫວຽດນາມຈະເຕີບໂຕແຕ່ລະປີປະມານ10%ກ່ອນປີ2030ຍ້ອນມີTPP - ảnh 1
ພາບປະກອບ

(vovworld) – ກຸ່ມ​ທະນາຄານ​ໂລກ  (WBG) ຄາດ​ຄະ​ເນ​ວ່າ ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຈະ​ນຳ​ມາ​ກຳລັງ​ໜູນ​ດ້ານ​​ເສດຖະກິດ​ໃຫ້​ແກ່ ຫວຽດນາມ, ຍີ່ປຸ່ນ ​ແລະ ມາ​ເລ​ເຊຍ ກ່ອນ​ປີ 2030. ຕາມ​ບົດ​ລາຍ​ງານ “​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ” ຫາ​ກໍ່​ໄດ້​ປະກາດ​ຈາກ WBG ​ແລ້ວ, ​ເສດຖະກິດ ຫວຽດນາມ ຈະ​ໄດ້​ຮັບ​ການ​ຍູ້​​ແຮງ​ທີ່​ສຸດ, ​ຄື​ເກືອບ 10%, ຊຶ່ງ​ແມ່ນລະດັບ​ສູງ​ສຸດ​ໃນ​ຈຳນວນ 12 ປະ​ເທດ​ສະມາຊິກ TPP ​ໂດຍ​ອີງ​​ໃສ່​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ຕຳ່​ແຜ່ນ​ຕັດຫຍິບ ​ແລະ ຂະ​ແໜງ​ອຸດສາຫະກຳ​ຕັດຫຍິບ ຫວຽດນາມ ​ໄດ້​ສຳ​ພັດ​​ໂດຍ​ບຸລິມະສິດ​ເມື່ອ​ເຂົ້າ​ຕະຫຼາດ ອາ​ເມ​ລິ​ກາ ​ແລ​ະ ບັນດາ​ຕະຫຼາດ​ຫຼັກ​ແຫຼ່ງອື່ນ. ​ແລະກໍ່ຕາມ WBG ​ແລ​້ວ, ພື້ນຖານ​ເສດຖະກິດ​ຂອງ ​ມ​າ​ເລ​ເຊຍ ຈະ​ເພີ່ມ​ຂຶ້ນ 8% ຍ້ອນ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຂອງ​ປະ​ເທດ​ນີ້​, ຈະ​ມີ​ທ່າ​ແຮງ​ກ່ວາ​ເມື່ອ​ທຽບ​ໃສ່​ບັນດາ​ຄູ່​ແຂ່ງ​ໃນ​ພາກ​ພື້ນທີ່​ບໍ່​ເຂົ້າ​ຮ່ວມ TPP ຄື: ​ໄທ, ຟີ​ລິບ​ປິນ ​ແລະ ອິນ​ໂດ​ເນ​ເຊຍ. ​ໃນ​ຂະນະ​ນັ້ນ, ຮອດ​ປີ 2030, ​ເສດຖະກິດ ຍີ່ປຸ່ນ ຈະ​ເພີ່ມ​ຂຶ້ນ​ກ່ວາ 2,7% ຍ້ອນມີ TPP.

        ສັນຍາ TPP ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ ອາ​ເມ​ລິ​ກາ, ຫວຽດນາມ ​ແລະ ພ້ອມ​ກັບ 10 ປະ​ເທດ​ອື່ນ​ໃນ​ ອາຊີ​ປາຊີ​ຟິກ, ​​ເມື່ອ​ມີ​ຜົນ​ສັກສິດ​ຢ່າງ​ເປັນ​ທາງ​ການ ຈະ​ລົບ​ລ້າງ​ອັດຕາພາສີ​ ​ແລະ ຮົ້ວ​ກີດຂວາງຫຼາຍ​ປະ​ເພດ​ໃຫ້​ແກ່​ສິນຄ​້າ - ບໍລິການ​ສົ່ງ​ອອກ - ນຳ​ເຂົ້າ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ກຸ່ມ, ກວມ​ 40% ຍອດ​ປະລິມານ​ການ​ຜະລິດ​ຂອງ​ໂລກ.


ຂ່າວ/ບົດ​ອື່ນ