ວັນທີ 8/12, ຢູ່ທີ່ກອງປະຊຸມບັນດານັກວາງແຜນນະໂຍບາຍເສດຖະກິດຂັ້ນສູງຂອງ 29 ປະເທດ ອາຊີ - ປາເຊຟິກ ທີ່ພວມຖືກຈັດຂຶ້ນຢູ່ນະຄອນຫຼວງບາງກອກ ປະເທດໄທ, ສະຫະປະຊາຊາດໄດ້ກ່າວເຕື່ອນໄພເງິນເຟິ້ຢູ່ໃນລະດັບສູງ, ພິເສດແມ່ນລາຄາທັນຍາຫານ ແລະ ເຊື້ອເພິງເພິ່ມຂຶ້ນສູງຄືປະຈຸບັນ ຢູ່ພາກພື້ນອາຊີ - ປາເຊຟິກນັ້ນ ອາດຈະເຮັດໃຫ້ລະດັບເຕີບໂຕເສດຖະກິດຂອງ ປີ 2011 ແລະ 2012 ຂອງພາກພື້ນນີ້ຫຼຸດລົງ 1,5%. ໃນສະພາບການເສດຖະກິດທົ່ວໂລກຊົ່ວຮ້າຍລົງຢ່າງໄວວາ, ລະດັບໄພເງິນເຟິ້ສູງພວມເຮັດໃຫ້ພາກພື້ນນີ້ປະສົບກັບຄວາມຫຍຸ້ງຍາກໃນການຕອບສະໜອງບັນດາຈຸດໝາຍພັດທະນາສາກົນ. ທ່ານນາງ Noeleen Heyzer, ຮອງເລຂາທິການໃຫຍ່ ສປຊ, ທັງເປັນເລຂາຄະນະບໍລິຫານງານ UNESCAP ເນັ້ນໜັກວ່າ: ຮອດເວລາແລ້ວທີ່ບັນດາປະເທດພວມພັດທະນາຢູ່ອາຊີ - ປາເຊຟິກຕ້ອງກຳນົດລົບລ້າງຄວາມທຸກຍາກ, ອຶດຫິວ ແລະ ການພັດທະນາບໍ່ພຽງແຕ່ແມ່ນບັນດາລາຍການສະຫວັດດີການສັງຄົມ, ຫາກຍັງແມ່ນກຳລັງໜູນຂອງການຈະເລີນເຕີບໂຕອີກດ້ວຍ. ທ່ານນາງຍັງເນັ້ນໜັກວ່າ: ກອງປະຊຸມບັນດານັກວາງແຜນກຳນົດນະໂຍບາຍເສດຖະກິດຂັ້ນສູງຂອງບັນດາປະເທດໃນພາກພື້ນຕ້ອງຊອກຫາໂຄງການນະໂຍບາຍທີ່ເໝາະສົມເພື່ອຊຸກຍູ້ການພັດທະນາແບບຍືນຍົງ.