ເສດຖະກິດ ອາເມລິກາ, ຈີນ ເຕີບໂຕກົງກັນຂ້າມ

(VOVWORLD) -ວັນທີ 27 ພະຈິກ, ກະຊວງການຄ້າ ອາເມລິກາ ໃຫ້ຮູ້ວ່າ: ເສດຖະກິດປະເທດນີ້ໃນໄຕມາດທີ III ຜ່ານມາ ໄດ້ເພີ່ມຂຶ້ນກ່ວາ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ເສດຖະກິດ ອາເມລິກາ, ຈີນ ເຕີບໂຕກົງກັນຂ້າມ - ảnh 1

 ໃນນັ້ນ, ວົງເງິນສົ່ງອອກນຳເຂົ້າ ແລະ ການລົງທຶນອະສັງຫາລິມະຊັບເພີ່ມຂຶ້ນສູງກ່ວາ ຊ່ວຍຊຸກຍູ້ລະດັບການເຕີບໂຕຂອງພື້ນຖານເສດຖະກິດຢືນອັນດັບທີໜຶ່ງໂລກ. ເຖິງຢ່າງໃດກໍ່ຕາມ, ການລົງທຶນດຳເນີນທຸລະກິດຖືກກະທົບຍ້ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ, ຫລຸດລົງ 2,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

        ແລະກໍ່ໃນວັນດຽວກັນ, ທ່ານ ຢໍ໊ຈີນຢ໊ວຽນ ນັກຄົ້ນຄວ້າພິເສດຂອງລັດຖະບານ ຈີນ ຄາດຄະເນວ່າ ລະດັບການເຕີບໂຕຂອງພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໂລກ ອາດຈະຫລຸດລົງຕ່ຳກ່ວາ 6% ໃນໄຕມາດທີ IV ໃນປີນີ້ ແລະ ຊ້ຳບໍ່ໜຳທັງໃນປີ 2020, ຍ້ອນວ່າ ເສດຖະກິດພາຍໃນປະເທດຕ້ອງປະເຊີນໜ້າຕໍ່ກັບ “ບັນດາສິ່ງທ້າທາຍໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ”.

ຕອບກັບ

ຂ່າວ/ບົດ​ອື່ນ