ເສີມຂະຫຍາຍການພົວພັນມິດຕະພາບແບບພິເສດ ຫວຽດນາມ ແລະ ກຸຍບາ

ເສີມຂະຫຍາຍການພົວພັນມິດຕະພາບແບບພິເສດ ຫວຽດນາມ ແລະ ກຸຍບາ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸຍບາ Bruno Rodriguez Parilla
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld)-​​​ ໂດຍ​ໄດ້​ຮັບ​ຄຳ​​ເຊື້ອເຊີນ ​ຂອງ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຟ້າມ​ບີ່ງ​ມີງ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸຍບາ Bruno Rodriguez Parilla ຈະ​ມາ​ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 9 ຫາ ວັນ​ທີ 12/9/2014. ນີ້​ແມ່ນ​ຄັ້ງ​ທີ 4 ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸຍບາ Bruno Rodriguez Parilla ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເຊິ່ງ​ເປັນ​ຄັ້ງ​ຢ້ຽມ​ຢາມ​ທຳ​ອິດ​​ໃນ​ຖາ​ນະ​ເປັນກຳ​ມະ​ການ​ກົມ​ການ​ເມືອງ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ກຸຍບາ Bruno Rodriguez Parilla  ເພື່ອ​ແນ​ໃສ່​ເສີ​ມ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ລະ​ຫວ່າງ​ຫວຽ​ດ​ນາ​ມ ແລະ ​ກຸຍ​ບາ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ບັນ​ດາ​ເອ​ກະ​ສານ​ການ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​; ເປັນເອ​ກະ​ພາບ​​ບັນ​ດາ​ການເຄື່ອນ​ໄຫວ​ກະ​ກຽມ​ສະ​ເຫຼີມ​ສະຫຼອງ 55 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການທູດ 2 ປະ​ເທດໃນ​ປີ 2015 ແລະ ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

 

 

 

 

ຂ່າວ/ບົດ​ອື່ນ