ເຫດການເຮືອບັກSewolຫຼົ້ມຢູ່ສ.ເກົາຫຼີ:ຈຳນວນຜູ້ເສຍຊີວິດສືບຕໍ່ເພີ່ມຂຶ້ນ
ກຳລັງກູ້ໄພກູ້ຊີບ ສ. ເກົາຫຼີ ຕັ້ງໜ້າຊອກຫາຜູ້ຫາຍສາບສູນ
(ພາບ: Reuters)
(vovworld) – ຮອດວັນທີ 22/4, ຈຳນວນຜູ້ຖືກເສຍຊີວິດໃນເຫດການເຮືອບັກ Sewol ຫຼົ້ມ ຢູ່ ສ. ເກົາຫຼີ ໄດ້ຂຶ້ນເຖິງ 121 ຄົນ ແລະ 181 ຄົນຍັງຫາຍສາບສູນ, ຈຳນວນຜູ້ຖືກກູ້ເອົາຊີວິດບໍ່ປ່ຽນແປງແມ່ນ 174 ຄົນ. ວຽກງານຊອກຫາຜູ້ປະສົບເຄາະຮ້າຍສືບຕໍ່ໄດ້ຮັບການຍູ້ແຮງໃນເງື່ອນໄຂດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ເຖິງຢ່າງໃດກໍ່ຕາມ, ຢູ່ໃຕ້ນ້ຳ, ຍັງມີຄວາມຫຍຸ້ງຍາກໃຫ້ແກ່ກອງກູ້ໄພກູ້ຊີບ. ປະຈຸບັນ, ມີນັກດຳນ້ຳເກືອບ 750 ຄົນໄດ້ເຂົ້າຮ່ວມບັ້ນຊອກຫາໃນເຮືອບັກ Sewol.