ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງເຮັດວຽກກັບອົງການອາວະກາດເອີລົບ

(VOVWORLD) -ວັນທີ 18 ມັງກອນ, ທ່ານນາງເອກອັກຄະລັດຖະທູດຫຽດນາມ ປະຈຳໂຮນລັງ ໂງທິຮ່ວາ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບອົງການອາວະກາດເອີລົບ (ESA), ຢູ່ນະຄອນ Noordwijk, ປະເທດໂຮນລັງ.

ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງເຮັດວຽກກັບອົງການອາວະກາດເອີລົບ - ảnh 1 ເອກອັກຄະລັດຖະທູດຫວຽດນາມປະຈຳໂຮນລັງເຮັດວຽກກັບອົງການອາກາດເອີລົບ

(ພາບ: .vietnamplus.vn)

ທີ່ການຕ້ອນຮັບຄະນະ, ທ່ານ Franco Ongaro, ຫົວໜ້າຮັບຜິດຊອບດ້ານເຕັກໂນໂລຊີ, ເຕັກນິກ ແລະ ຄຸນນະພາບ, ຫົວໜ້າສູນຄົ້ນຄວ້າອາວະກາດ ແລະ ເຕັກໂນໂລຊີອາວະກາດເອີລົບ ຢືນຢັນວ່າ, ໃນສະພາບການພົວພັນຮ່ວມມືລະຫວ່າງ ESA ແລະ ຫວຽດນາມ ຍັງມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ, ທ່ານເຊື່ອໝັ້ນວ່າ, ການຢ້ຽມຢາມຂອງທ່ານນາງເອກອັກຄະລັດຖະທູດ ຈະປະກອບສ່ວນເພີ່ມທະວີການເຊື່ອມຕໍ່ ແລະ ແລກປ່ຽນຄະນະຜູ້ແທນລະຫວ່າງ 2 ຝ່າຍ, ເປີດແງ່ຫວັງແຫ່ງການຮ່ວມມືໃໝ່ລະຫວ່າງຫວຽດນາມ ແລະ ESA. ທ່ານນາງເອກອັກຄະລັດຖະທູດ ໂງທິຮ່ວາ ປາດຖະໜາວ່າ 2 ຝ່າຍສືບຕໍ່ມີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ESA ເພີ່ມທະວີການສະໜອງຂໍ້ມູນຂ່າວກ່ຽວກັບບັນດາການເຄື່ອນໄຫວເຊິ່ງຫວຽດນາມ ສາມາດເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ