ເອກອັກຄະລັດຖະທູດອາເມລິກາຄົນໃໝ່: ຈະມີ ບັນດານັກລົງທຶນອາເມລິກາ ມາລົງທຶນຢູ່ຫວຽດນາມ
ທ່ານເອກອັກຄະລັດຖະທູດອາເມລິກາ ຄົນໃໝ່ Theodore G.Osius
(ພາບ: flickr.com)
(vovworld) – ວັນທີ 29/12, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ຄົນໃໝ່ Theodore G.Osius ເຂົ້າຢ້ຽມຂໍ່ານັບເນື່ອງໃນໂອກາດມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ເລແທງຫາຍ ຊີ້ແຈ້ງວ່າ, ໃນໄລຍະທີ່ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ພວມຢູ່ໃນທ່າພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ນັບມື້ນັບມີປະສິດທິຜົນ, ໃນໄລຍະທີ່ຈະມາເຖິງ, 2 ປະເທດຕ້ອງມີບັນດາບາດກ້າວເພື່ອໃຫ້ການພົວພັນລະຫວ່າງ 2 ປະເທດນັບມື້ນັບໃກ້ຊິດສະໜິດສະໜົມ, ບົນຈິດໃຈເຄົາລົບ, ຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພິເສດແມ່ນນະຄອນໂຮ່ຈິມິນ ປາດຖະໜາຢາກຍູ້ແຮງການຮ່ວມມືກັບອາເມລິກາໃນບັນດາຂົງເຂດຄື ເສດຖະກິດ, ການຄ້າ, ການສຶກສາ, ສາທາລະນະສຸກ.
ທ່ານເອກອັກຄະລັດຖະທູດ Theodore G.Osius ໃຫ້ຮູ້ວ່າ, ພ້ອມກັບບັນດາຂົງເຂດດັ່ງກ່າວ, ອາເມລິກາ ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນຂົງເຂດການເດີນທະເລ ແລະ ພື້ນຖານໂຄງລ່າງຄົມມະນາຄົມອີກດ້ວຍ. ທ່ານເອກອັກຄະລັດຖະທູດ ຖືວ່າ, ໃນອະນາຄົດ, ເມື່ອ 2 ປະເທດສຳເລັດການເຈລະຈາສັນຍາການຄ້າຂ້າມປາຊີຟິກ (TPP), ຫວຽດນາມ ຈະແມ່ນສະຖານທີ່ດຶງດູດບັນດານັກລົງທຶນ ອາເມລິກາ.