ເອກອັກຄະລັດຖະທູດໂດຮ່ວາງລອງຍື່ນສານຕາຕັ້ງຕໍ່ປະທານາທິບໍດີອີຢິບ

ເອກອັກຄະລັດຖະທູດໂດຮ່ວາງລອງຍື່ນສານຕາຕັ້ງຕໍ່ປະທານາທິບໍດີອີຢິບ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 16/12, ທີ່​ພິທີ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ທ່ານປະທານ​ປະ​ເທດ ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕໍ່ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fbdel Fattah sl-Sisi, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໂດ​ຮ່ວາງ​ລອງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ຖື ອີ​ຢິບ ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ ຫວຽດນາມ ຢູ່​ພາກ​ພື້ນ​. ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ຢາກ​​ໄດ້​ຮັບ​ການໜູນ​ຊ່ວຍຈາກທ່ານ​ປະທານາທິບໍດີ ​ເພື່ອ​ໃຫ້ບັນດາ​ກະຊວງ, ຂະ​ແໜງ​ການ ອີ​ຢິບ ​ແລະ ຫວຽດນາມ ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ປະກອບສ່ວນ​ນຳ​ການ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ​​ໃຫ້ພັດທະນາ​ຢ່າງ​ແຮງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ກໍຖື​ວ່າ: ​ເລື່ອງ​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ພິ​ເສດ​ແມ່ນ​ບັນດາ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ຈະ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ ປະທານາທິບໍດີ Abdel Fbdel Fattah sl-Sisi ​ເຊື່ອ​ໜັ້ນວ່າ: ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ຂອງ​ການ​ນຳ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະ​ປະກອບສ່ວນ​ນຳ​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ​ປະທານາທິບໍດີ ອີ​ຢິບ ຫວັງ​ວ່າ: ​ໃນ​​ໄລຍະປະຕິບັດ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ຕົນ, ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ມີ​ບັນດາ​ການ​ປະກອບສ່ວນທີ່ມີ​ຄວາມ​ໝາຍ​ເຂົ້າ​​ໃນ​ການ​​ຮັກສາປັງ​ປຸງ ​ແລະ ພັດທະນາ​ການ​ພົວພັນ​ພວມ​ດີງາມ​ລະຫວ່າງ ອີ​ຢິບ ​ແລະ ຫວຽດນາມ ຢ່າງ​ແຂງ​ແຮງ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ