ເອີລົບມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ

ເອີລົບມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດກັບອາຊຽນ - ảnh 1
(ພາບປະກອບ)

(vovworld) - ​ ວັນ​ທີ 22/6, ທີ່​ກອງ​ປະຊຸມ​ຢູ່ ລຸກ​ຊຳ​ບວກ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ໄດ້​ເຫັນ​ດີ​ເປັນ​ເອກະສັນວ່າ: ​ອີ​ຢູ ​ແລະ ສະຫະ​ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັດ​ອອກສຽງ​ໃຕ້ (ອາ​ຊຽນ) ຄວນ​ສົມທົບ​ກັນ ​ເພື່ອ​ຍົກ​​ການ​ພົວພັນ 2 ຝ່າຍ​​ໃຫ້ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ. ຕາມ​ປະກາດທາງ​ການ​ແລ້ວ, ​ອີ​ຢູ ຢັ້ງຢືນ​ຄືນ​ໃໝ່​​ວ່າ: ເລື່ອງ​ຍົກການ​ພົວພັນ ​ອີ​ຢູ - ອາ​ຊຽນ​ໃຫ້​​ເປັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຈະເປັນຂີດ​ໝາຍ​ດ້ວຍ​ການ​ປະກົດ​ຕົວ​ຂອງ​ກຸ່ມ​ນີ້​ຢູ່​ບັນດາ​ເວທີ​ປ​າ​ໄສ, ກອງ​ປະຊຸມ​ຍຸດ​ທະ​ສາດ​ຂອງ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ. ຄຽງ​ຂ້າງ​ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ການ​ເຊື່ອມ​ຕໍ່​ແລ້ວ, ​ອີ​ຢູ ຍັງ​ຖື​ວ່າ: ກຸ່ມ​ນີ້​ມີ​​ແຫຼ່ງຊັບ​ສິນຫຼາຍ​ຢ່າງ ​ເພື່ອ​ໜູນ​ຊ່ວຍອາ​ຊຽນບັນລຸ​ໄດ້​ບັນດາ​ຄາດໝາຍກ່ຽວ​ກັບ​ຄວາມ​ສາມາດ​ເຊື່ອມ​ຕໍ່, ພ້ອມ​ທັງພວມ​ມຸ່ງ​ໄປ​ເຖິງ​ຍົກ​ສູງ​ການ​ຮ່ວມ​ມື​ເຊິ່ງທັງ 2 ຝ່າຍຕ່າງ​ມີ​ຜົນປະ​​ໂຫຍ​ດ ຜ່ານ​ບັນດາ​ກົນ​ໄກ​ພິ​ເສດ​​ເພື່ອໜູນ​ຊ່ວຍ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ, ຄຸ້ມ​ຄອງ​ດ້ານ​ການຄ້າ, ຊາຍ​ແດນ​ແບບ​ຮອບດ້ານ ​ແລະ ຍືນ​ຍົງ. ນອກ​ນັ້ນ, ​ອີ​ຢູ ກໍ​ຈະ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ຈາກ​ບັນດາ​ໂຄງການ​ຮ່ວມ​ມື, ​ໂດຍ​ຜ່ານ​ທະນາຄານ​ລົງທຶນ​ເອີ​ລົບ ​ແລະ ບັນດາ​ໂຄງການ​ໜູນ​ຊ່ວຍ 2 ຝ່າຍ​ອື່ນໆ ​ໂດຍບັນດາ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ