ປະທານາທິບໍດີ ມຽນມາ Thein Sein
ພາບ:internet
|
(vovworld) - ວັນທີ 5/3, ຢູ່ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກ, ປະທານາທິບໍດີ ມຽນມາ Thein Sein ໄດ້ຮັບບັນດາຄຳໝັ້ນສັນຍາຫນູນຊ່ວຍດ້ານການເງິນ ຈາກບັນດາການນຳສະຫະພາບ ເອີລົບ (ອີຢູ) ພ້ອມກັບຄຳຮຽກຮ້ອງອຳນາດການປົກຄອງປະເທດນີ້ ຈົ່ງມານະພະຍາຍາມກວ່າອີກເພື່ອປົກປ້ອງບັນດາວົງຄະນາຍາດສ່ວນຫນ້ອຍ. ໃນຂອບເຂດການຢ້ຽມຢາມເຖິງ ເອີລົບໃນເວລາ 10 ວັນຈະມາເຖິງ, ການພົບປະລະຫວ່າງທ່ານ ປະທານາທິບໍດີ Thein Sein ກັບປະທານຄະນະກຳມະການເອີລົບ (EC) Jose Manuel Barroso, ປະທານ ອີຢູ Herman Van Rompuy ແລະ ທ່ານນາງ Catherine Ashton ຜູ້ຮັບຜິດຊອບນະໂຍບາຍການຕ່າງປະເທດຂອງ ອີຢູ ໄດ້ຮັບການຕີລາຄາວ່າ ແມ່ນປະສົບຜົນສຳເລັດ. ກ່າວຄຳເຫັນທ່ີການພົບປະ, ທ່ານປະທານ Herman Van Rompuy ຢືນຢັນວ່າ: ອີຢູ ໝັ້ນໝາຍແມ່ນຄູ່ຮ່ວມມືຍາວນານຂອງບັນດາປະເທດອາຊີ ຕາເວັນອອກສຽງໃຕ້. ໃນຂະນະນັ້ນ ປະທານ EC ທ່ານ Jose Manuel Barroso ຖືວ່າ: ການພົວພັນລະຫວ່າງ ອີຢູ ແລະ ມຽນມາ ພວມກ້າວເຂົ້າສູ່ຫນ້າປະຫວັດສາດໃຫມ່ດ້ວຍການພົບປະສົນທະນາຫລາຍກວ່າ, ມີການລົງທຶນ ແລະ ຊ່ວຍເຫລືອຫລາຍກວ່າ.