ເຮັດໃຫ້ການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ມຽນມາເລິກເຊິ່ງຂຶ້ນຕື່ມ
(VOVWORLD) -ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສ.ສະຫະລັດມຽນມາ ຄົນໃໝ່ U Kyaw Soe Win, ໃນວັນທີ 07 ມິຖຸນາ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ
ຕ້ອນຮັບທ່ານເອກອັກຄະລັດຖະທູດມຽນມາ ຄົນໃໝ່
(ພາບ: TTXVN)
|
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ U Kyaw Soe Win ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ເພີ່ມທະວີການຮ່ວມມືທີ່ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ; ເພີ່ມທະວີການຮ່ວມມືທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ. ສ່ວນທ່ານເອກອັກຄະລັດຖະທູດ U Kyaw Soe Win ຢືນຢັນວ່າ, ມຽນມາ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຫວຽດນາມ; ພ້ອມທັງຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນການເປີດກວ້າງ ແລະ ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເວົ້າລວມ ກໍຄືການພົວພັນຮ່ວມມືລະຫວ່າງ 2 ກະຊວງການຕ່າງປະເທດເວົ້າສະເພາະໃຫ້ເລິກເຊິ່ງກວ່າ; ສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງໃນໄລຍະຈະມາເຖິງຂອງການນຳ 2 ປະເທດໃຫ້ເປັນຢ່າງດີ.