ເຮືອບິນ B52 ຂອງ ອາເມລິກາ (ພາບ: USAirforce)
(vovworld) – ວັນທີ 18/12 ໜັງສືພິມ ອວນຈິດ ລາຍວັນ ໄດ້ຄັດແຫຼ່ງຂ່າວຈາກທຳນຽບ 5 ແຈ ໃຫ້ຮູ້ວ່າ: ເຮືອບິນ B52 ລຳໜຶ່ງຂອງ ອາເມລິກາ ໄດ້ບິນເຂົ້າບໍລິເວັນ 12 ໄມທະເລອ້ອມເກາະໜຶ່ງ ໂດຍ ຈີນ ໄດ້ໃຫ້ຖົມດິນກໍ່ສ້າງຢ່າງຜິດກົດໝາຍຢູ່ທະເລຕາເວັນອອກ. ແຕ່ວ່າ, ກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ: ນີ້ແມ່ນການກະທຳ “ບໍ່ມີຄວາມຕັ້ງໃຈ” ແລະ ພວມດຳເນີນການພິຈາລະນາ. ອາທິດແລ້ວນີ້ ເຮືອບິນ B52 ຂອງ ອາເມລິກາ ໄດ້ບິນເຂົ້າບໍລິເວັນຫ່າງໄກ 2 ໄມທະເລອ້ອມເກາະ ຊຶ່ງ ຈີນ ໄດ້ໃຫ້ກໍ່ສ້າງຢ່າງຜິດກົດໝາຍຢູ່ຫາດດອນຫີນ ເຈົາວຽນ ຂຶ້ນກັບໝູ່ເກາະ ເຈື່ອງຊາຂອງ ຫວຽດນາມ.