ທຸກຄົນຕ່າງກໍ່ມີຄວາມສົນໃຈກ່ຽວກັບເລື່ອງທີ່ດິນ
(ພາບ: vov.vn)
(vovworld)- ວັນທີ 24/3, ຢູ່ນະຄອນຮຶງອຽນ, ຄະນະກຳມະການແນວໂຮມປະເທດຊາດແຂວງຮຶງອຽນ ໄດ້ຈັດໃຫ້ຜູ້ມີຍົດຖາບັນດາສັກທາງສາດສະໜາແຂວງຮຶງອຽນ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ. ຜູ້ມີຍົດຖາບັນດາສັກຖືວ່າລັດມອບທີ່ດິນທຳການຜະລິດໃນໄລຍະເວລາ 50 ປີແມ່ນເໝາະສົມ. ການຊົດເຊີຍເມື່ອຖອນທີ່ດິນຄືນເພື່ອມອບໃຫ້ວິສາຫະກິດຕ້ອງມີອົງການກຳນົດລາຄາຊັບສິນໃນເນື້ອທີ່ດິນຕາມມາດຖານ, ບໍ່ຄວນປະໃຫ້ປະຊາຊົນກຳນົດລາຄາດ້ວຍຕົນເອງ, ເຮັດໃຫ້ວຽກງານບຸກເບີກໜ້າພຽງຊັກຊ້າ. ພາຍຫຼັງຖອນທີ່ດິນຄືນຄວນສະໜອງທີ່ດິນຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ເໝາະສົມ ຮັບປະກັນຜົນປະໂຫຍດໃຫ້ແກ່ຜູ້ຖືກຖອນທີ່ດິນຄືນ. ກ່ຽວກັບລາຄາທີ່ດິນ, ບັນດາວິສາຫະກິດຕ້ອງຕົກລົງກັບປະຊາຊົນຕາມລາຄາຕົວຈິງໃນທ້ອງຕະຫຼາດ. ບັນຫາປັບປຸງກົດໝາຍວ່າດ້ວຍທີ່ດິນ ຕ້ອງເຮັດແຈ້ງທັດສະນະຂອງລັດກ່ຽວກັບກຳມະສິດທີ່ດິນ. ທີ່ດິນຕ້ອງແມ່ນລັດຄຸ້ມຄອງ, ປະຊາຊົນນຳໃຊ້ແຕ່ບໍ່ມີສິດຊືຂາຍ, ພຽງແຕ່ໄດ້ຂາຍຊັບສິນໃນເນື້ອທີ່ດິນເທົ່ານັ້ນ.