ແຂວງເງ້ອານຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ
ການປະຊຸມຂ່າວສະເຫຼີມສະຫຼອງ 125 ປີ
ແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ
(ພາບ: baomoi.com)
(vovworld) – ໃນລະຫວ່າງວັນທີ 12 – 19/05, ຢູ່ແຂວງ ເງ້ະອານ, ແຫ່ງບ້ານເກີດເມືອງນອນຂອງປະທານ ໂຮ່ຈິມິນ, ຈະດຳເນີນບັນດາເຫດການສຳຄັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 125 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ. ເງ້ອານ ໄດ້ຈັດຕັ້ງພິທີໄຂສາຍຟິມຮູບເງົາສະເຫຼີມສະຫຼອງບັນດາວັນບຸນໃຫຍ່ໃນປີ 2015; ຈັດຕັ້ງງານວາງສະແດງວິຈິດສິນ, ພາບຖ່າຍ ດ້ວຍຫົວຂໍ້ “ຮໍ່າຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດຂອງປະທານໂຮ່ຈິມິນ”; ງານວາສະແດງຮູບພາບໂຄສະນາກ່ຽວກັບຫົວຂໍ້ປະທານໂຮ່ຈິມິນ; ງານບຸນບ້ານແຊນ… ໃນຈຳນວນການເຄື່ອນໄຫວຕ່າງໆດັ່ງກ່າວ, ຈຸດພິເສດສຳຄັນທີ່ສຸດແມ່ນພິທີໄຂງານບຸນ ບ້ານແຊນ ປີ 2015. ເຂົ້າຮ່ວມງານບຸນບ້ານແຊນ, ນອກຈາກບັນດາກອງສີລະປະກອນ, ສີລະປະຂອງແຂວງເງ້ະອານ ແລ້ວ ຍັງມີບັນດາກອງສີລະປະກອນຂອງຫຼາຍແຂວງ, ນະຄອນເຂົ້າຮ່ວມອີກດ້ວຍ.