ແຂວງເທື່ອທຽນ-ເຫວ້ເພີ່ມທະວີສົ່ງເສີມ,ດຶງດູດການລົງທຶນດ້ານການທ່ອງທ່ຽວ

ແຂວງເທື່ອທຽນ-ເຫວ້ເພີ່ມທະວີສົ່ງເສີມ,ດຶງດູດການລົງທຶນດ້ານການທ່ອງທ່ຽວ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້
ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ
(ພາບ: VGP)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 08/08, ​ແຂວງ ​ເທື່ອ​ທຽນ-​ເຫວ້ ສົມທົບ​ກັບ​ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​​ລົງທຶນ ​ແລະ ພັດທະນາ ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ພັດທະນາ​ການ​ທ່ອງທ່ຽວ ​ເທື່ອ​ທຽນ-​ເຫວ້ ປີ 2016 ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ຜູ້​​ແທນ​ເກືອບ 500 ທ່ານ​ທີ່​ມາ​ຈາກ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂັ້ນ​ສູນ​ກາງ, ບັນດາ​ສະຫະ​ສະມາຄົມວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ.

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ການ​ນຳ​ແຂວງ ​ເທື່ອ​ທຽນ-​ເຫວ້ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ໃຫ້ສະດວກ, ມີ​ປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ເນັ້ນ​ໜັກ​ວ່າ​:

        “ຕ້ອງອະນຸລັກ​ຮັກສາ​ຂຸດ​ຄົ້ນ​ບັນດາ​ຄຸນ​ຄ່າ​ຂອງມໍລະດົກກຸງ​ເກົ່າ​ ​ເຫວ້ ຢ່າງ​ມີ​ປະສິດທິ​ຜົນ. ບັນຫາ​ອະນຸ​ລັກ​ຮັກສາ​ມໍລະດົກ​ຕ້ອງ​ຖື​ແມ່ນ​ບັນຫາ​ສຳຄັນ​ຕົ້ນຕໍ, ການ​ອະນຸລັກ​ຮັກສາ​ບໍ່​ພຽງ​ແຕ່​ ໃຫ້​ລຸ້ນຄົນ​ປະຈຸ​ບັນ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ຄົນລຸ້ນຫລັງ​ອີກ​ດ້ວຍ. ການ​ອະນຸ​ລັກ​ຮັກສາ​ຕ້ອງ​ຕິດ​ພັນ​ກັບ​ການ​ຂຸດ​ຄົ້ນ, ພັດທະນາ​ຄຸນຄ່າ​ມໍລະດົກ. ບັນດາ​ນັກ​ລົງທຶນ​ຄວນ​ສຸມ​ໃສ່​ເຂົ້າ​ຂົງ​ເຂດ​ການທ່ອງທ່ຽວ​ຫລາຍ​ກ່ວາ​ອີກ. ຕໍ່ຈາກ​ນັ້ນ​ແມ່ນ​ພື້ນຖານໂຄງ​ລ່າງ​​ການທ່ອງທ່ຽວ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ສ້າງ​ເຄື່ອງ​ໝາຍການ​ຄ້າ, ຜະລິດ​ຕະພັນ​ການທ່ອງທ່ຽວ.”

ຂ່າວ/ບົດ​ອື່ນ