(vovworld) - ຕອນຄຳ່ວັນທີ 18/2 (ກົງກັບວັນທີ 9 ເດືອນຈຽງ 2013), ພິທີໄຂງານບຸນລະດູບານໃໝ່ ອຽນຕື໋ 2013 ( ອວງບີ໋, ແຂວງກວາງນີນ) ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຢູ່ເດີ່ນວັດ ຈີນ (Trinh). ປີນີ້, ງານບຸນ ອຽນຕື໋ ໄດ້ໄຂຂຶ້ນກ່ອນທຸກປີ 1 ວັນ. ງານບຸນປີນີ້ມີການປະກາດ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບອັນດັບປູຊະນີຍະສະຖານແຫ່ງຊາດພິເສດ ແລະ ມອບໃບຢັ້ງຢືນປູຊະນີຍະສະຖານແຫ່ງຊາດພິເສດໃຫ້ແກ່ເຂດປູຊະນີຍະສະຖານເຂດທ່ອງທ່ຽວ ອຽນຕື໋. ທ່ານນາງ ຮ່ວາງທິຮ່າ, ຮອງປະທານຄະນະກຳມະການປະຊາຊົນ ອວງບີ໋ ໃຫ້ຮູ້ວ່າ:
“ປີ 2013 ນີ້, ຄາດວ່າຈຳນວນແຂກທ່ອງທ່ຽວຈະເພີ່ມຂຶ້ນເມື່ອທຽບໃສ່ປີກ່ອນ. ພວກຂ້າພະເຈົ້າຄາດວ່າຈຳນວນແຂກທ່ອງທ່ຽວເພີ່ມຂຶ້ນແຕ່ 2,5 ລ້ານ ຮອດ 2,7 ລ້ານເທື່ອຄົນ. ແຕ່ລະປີ, ອຽວຕື໋ ໄດ້ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວກ່ວາອີກ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ອຽນຕື໋ ຈະກາຍເປັນສະຖານທີ່ເຊິ່ງແຂກທ່ອງທ່ຽວ, ພຸດທະສາສະນິກກະຊົນ ກັບຄືນມາທ່ຽວຊົມອີກຫຼາຍຄັ້ງ”
ໃນຊຸມມື້ຕົ້ນປີໃໝ່ ປີມະເສງ 2013 ນີ້, ຈຳນວນແຂກທ່ອງທ່ຽວມາອຽນຕື໋ ເພີ່ມຂຶ້ນຫຼາຍເມື່ອທຽບໃສ່ທຸກປີ. ສະເພາະໃນ 5 ວັນຕົ້ນປີ, ຈຳນວນແຂກທ່ອງທ່ຽວມາ ອຽນຕື໋ ແມ່ນປະມານ 30.000 ເທື່ອຄົນ.