ແຂວງ ອຽນບ໋າຍ ສະເຫຼີມສະຫຼອງ 60 ປີ ແຫ່ງວັນທີ່ປະທານໂຮ່ຈິມິນມາຢ້ຽມຢາມ

(VOVWORLD) -ຕອນຄ່ຳວັນທີ 30 ກັນຍາ,  ແຂວງ ອຽນບ໋າຍ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງ ວັນປະທານ ໂຮ່ຈິມິນ ມາຢ້ຽມຢາມ ແຂວງ ອຽນບ໋າຍ (25 ກັນຍາ 1958 – 25 ກັນຍາ 2018).

ແຂວງ ອຽນບ໋າຍ ສະເຫຼີມສະຫຼອງ 60 ປີ ແຫ່ງວັນທີ່ປະທານໂຮ່ຈິມິນມາຢ້ຽມຢາມ - ảnh 1(ແຂວງ ອຽນບ໋າຍ ສະເຫຼີມສະຫຼອງ 60 ປີ ແຫ່ງວັນທີ່ປະທານໂຮ່ຈິມິນມາຢ້ຽມຢາມ)

ເຂົ້າຮ່ວມພິທີມີທ່ານ ເຈີ່ນກວັກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ກອມມູນິດຫວຽດນາມ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

ອ່ານສູນທອນພົດທີ່ພິທີສະເຫຼີມສະຫຼອງ, ທ່ານນາງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ອຽນບ໋າຍ ຟ້າມທິແທັງຈ່າ ໄດ້ຫວນຄືນຈຸດເວລາ ກ່ອນໜ້ານີ້ 60 ປີ, ໃນວັນທີ 25 ກັນຍາ 1958 ປະທ່ານ ໂຮ່ຈິມິນ  ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າໃນແຂວງອຽນບ໋າຍ. ປະທ່ານ ໂຮ່ຈິມິນໃຫ້ຄຳຕັກເຕືອນພໍ່ແມ່ປະຊາຊົນບັນດາເຜົ່າຕ້ອງສາມັກຄີ, ສ້າງກຳລັງແຮງໃນການຕໍ່ສູ້ ກໍ່ຄືການຜະລິດ; ຕັ້ງໜ້າເພີ່ມພູນຜະລິດຜົນເພື່ອໃຫ້ມີຊີວິດທີ່ກິນອີ່ມນຸ່ງອຸ່ນ ແລະ ປະຕິບັດຊີວິດວັດທະນະທຳໃໝ່. ໂດຍຈາລຶກຄຳສັ່ງສອນຂອງທ່ານ, 60 ປີຜ່ານມາ, ຄະນະພັກ ແລະ ປະຊາຊົນບັນດາເຜົ່າແຂວງອຽນບ໋າຍໄດ້ອອກແຮງແຂ່ງຂັນອອກແຮງງານ, ທຳການຜະລິດ, ສຳເລັດກິດຈະການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອ; ທັງຕັ້ງໜ້າລຳລຽງຊ່ວຍເຫຼືອໃຫ້ແກ່ສະໜາມຮົບພາກໃຕ້, ປະກອບສ່ວນສຳຄັນເຂົ້າໃນໄຊຊະນະອັນຍິ່ງໃຫຍ່ຂອງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ