ແຂວງGyeonggi-do(ສ.ເກົາຫຼີ)ສົ່ງເສີມການຄ້າຢູ່ຫວຽດນາມ

ແຂວງGyeonggi-do(ສ.ເກົາຫຼີ)ສົ່ງເສີມການຄ້າຢູ່ຫວຽດນາມ - ảnh 1
(ແຂວງGyeonggi-do(ສ.ເກົາຫຼີ)ສົ່ງເສີມການຄ້າຢູ່ຫວຽດນາມ)

(vovworld)- ແຂວງ Gyeonggi-do (ສ.ເກົາຫຼີ) ພ້ອມ​ກັບບໍ​ລິ​ສັດ​ໃຫຍ່ນຳ​ເຂົ້າ-ສົ່ງ​ອອກ ​ສິນ​ຄ້າກະ​ເສດ ແລະ​ ສິນ​ໃນ​ນ້ຳ (aT) ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມດ້ານ​ການ​ຄ້າ, ງານ​ບຸນ​ສະ​ບຽງ​ອາ​ຫານ​ເຂດ Gyeonggi-do ຢູ່​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈີ​ມິນ. ງານ​ຕະຫຼາດ​ນັດ​ສົ່ງ​ເສີມ​​ດ້ານການ​ຄ້າ​ສະ​ບຽງ​ອາ​ຫານ ແຂວງ Gyeonggi-do (ສ.ເກົາຫຼ​ີ) ໄດ້​ດຳ​ເນີນ​​ແຕ່​ວັນ​ທີ 20-29/10/2016 ຢູ່​ບັນ​ດາ​ຮ້ານຊັບ​ພະ​ສິນ​ຄ້າ​ບໍ​ລິ​ເວນ​​ຮ່າ​ໂນ້ຍ ເຊັ່ນ: Lotte mart ດົ໋ງ​ດາ, K-market keangnam, K-market ໝີ​ດິ່ງ, K-market ຈຸງ​ຮົ່ວ, Metro mart, Bing C, ຮ້ານ​ອາ​ຫານ King BBQ…

        ບັນ​ດາ​ສະ​ບ​ຽງ​ອາ​ຫານ ທີ່​ຖືກ​ແນະ​ນຳ​ໃນ​ເຫດ​ການ ຄັ້ງ​ນີ້​ປະ​ກອບ​ມີ: ສາລ່າຍ​ທະ​ເລ, ສະບຽງ​ອາ​ຫານ​​ຊະ​ນິດ​ຕ່າງໆ, ຊາ​ສະ​ໜ​ຸນ​ໄພ​ຊະ​ນິດ​ຕ່າງໆ… ຈຸດ​ພິ​ເສດ​ຂອ​ງ​ລາຍ​ການ​ສົ່ງ​ເສີມ​ການ​ຄ້າ ຢູ່​ເຫດ​ການນີ້​ ແມ່ນ​ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຫຼົ້າ​ໂສມ Sansamgadeuk Myeongsul ​ເຊິ່ງ​ແມ່ນເຫຼົ້າ​ໂສມປະ​ເພດ ​ທີ່ຖືກ​ຄັດ​ເລືອກ ​ເປັນ​ຕົວ​ແທນ​​ໃຫ້​ເຫຼົ້າ ​ແຂວງ Gyeonggi-do ແລະ ກໍ່​ເປັນ​ຕົວ​ແທນ​ໃຫ້​ເຫຼົ້າ​ທີ່​ເປັນ​ມູນ​ເຊື້ອຂອງ ສ​.ເກົາຫຼີ ໃນ 4 ປີ ຢ່າງ​ລຽນ​ຕິດ.

ຂ່າວ/ບົດ​ອື່ນ